ໄຂງານຕະຫຼາດນັດການຄ້າ-ການທ່ອງທ່ຽວສາກົນຫວຽດນາມ-ຈີນ

   ໄຂງານຕະຫຼາດນັດການຄ້າ-ການທ່ອງທ່ຽວສາກົນຫວຽດນາມ-ຈີນ - ảnh 1
ບັນດາຜູ້ແທນຕັດແຖບຜ້າໄຂງານຕະຫຼາດນັດ
(ພາບ: baomoi)

(vovworld)- ຕອນ​ຄ່ຳ​ວັນ​ທີ 12/12, ຢູ່​ສູນ​ການ​ຄ້າ ຮົ່ງ​ເວີນ, ນະຄອນ​ມ້ອງ​ກ້າຍ, ​ແຂວງ ກວາງ​ນິງ ​ໄດ້​ໄຂ​ງານ​ຕະຫຼາດນັດ​ການ​ຄ້າ-ການທ່ອງທ່ຽວ​ສາກົນ​ຫວຽດນາມ-ຈີ​ນ 2013. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ມ້ອງ​ກ້າຍ ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ປະຊາຊົນ​ຕຸ​ງຊິງ, ​ແຂວງ​ກວາງ​ສີ ປະ​ເທດ​ຈີນ. ດ້ວຍ​ຫົວ​ຂໍ້ “ ຮ່ວມມື-ມິດຕະພາບ, ພ້ອມ​ກັນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ພັດທະນາ” ງານ​ຕະຫຼາດນັດ​ຄັ້ງ​ນີ້​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມຂອງກ່ວາ 400 ຮ້ານ​ວາງສະ​ແດງ​ຂອງ 230 ວິ​ສາ​ຫະກິດ​ທີ່​ມາ​ຈາກ 30 ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ແລະ ຈີນ. ບັນດາ​ປະ​ເພດ​ສິນຄ້າ​ທີ່​ນຳ​ມາ​ວາງສະ​ແດງ​ຕົ້ນຕໍ​ແມ່ນ : ຜະລິດ​ຕະພັນ​ກະ​ເສດ,​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ສິນ​ທະ​ເລ, ​ເຄື່ອງ​ສິລະ​ປະ​ຫັດຖະກຳ, ​ເຄື່ອງ​ປັ້ນດິນ​ເຜົາ, ​ເຄື່ອງ​ເຟີ​ນີ​ເຈີ, ພາຫະ​ນະ​ເຄື​ອ່ງຈັກ, ​ເຄື່ອງ​ເອ​ເລັກ​ໂຕ​ນິກ..... ທ່ານ ຫງວຽນ​ວັນ​ແທ່ງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນິງ ​ໃຫ້​ຮູ້​ວ່າ : 

       “     ​ງານ​ຕະຫຼາດນັດ​ຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ການ​ຄ້າ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ແຊກ​ຊຶມ, ​ເປີດ​ກ້ວາງ​ຕະຫຼາດ. ນີ້​ແມ່ນ​ໂອກາດ​​ເພື່ອ​ໃຫ້ບັນດາ​ວິ​ສາ​ຫະກິດພ້ອມ​ກັນ​ພົບ​ປະ, ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ. ຈາກ​ນັ້ນ, ຊອກ​ຫາ​ບັນດາ​ສາຍ​ສຳພັນ, ຮ່ວມ​ລະ​ກິດ, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດທະນາ” 

ຂ່າວ/ບົດ​ອື່ນ