(VOVWORLD) -ງານບຸນກາເຟ ບວນມາທວດ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 10 ມີນາ ຢູ່ ນະຄອນ ບວນມາທວດ, ແຂວງ ດັກລັກ ດ້ວຍຫົວຂໍ້ “ບວນມາທວດ - ດິນແດງແຫ່ງກາເຟໂລກ”, ງານບຸນດັ່ງກ່າວໄດ້ເອົາໃຈໃສ່ຕໍ່ການໂຄສະນາການພັດທະນາກາເຟທີ່ມີຄຸນນະພາບສູງ, ກາເຟທີ່ເປັນເອກະລັກຂອງ ຫວຽດນາມ, ນຳບວນມາທວດ ກາຍເປັນດິນແດນຂອງກາເຟໂລກ.
ພິທີໄຂງານບຸນກາເຟ (ພາບ: cand.com.vn) |
ເພື່ອພັດທະນາຂະແໜງກາເຟແບບຍືນຍົງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ສະເໜີວ່າ:
“ຕ້ອງສ້າງຍຸດທະສາດໂຄສະນາ, marketing, ກຳນົດຈຸດຢືນຂອງເຄື່ອງໝາຍການຄ້າໃຫ້ເໝາະສົມ. ເອົາໃຈໃສ່ເຖິງການສົ່ງເສີມ, ສ້າງຕັ້ງສາຍສຳພັນຢ່າງແໜ້ນແຟ້ນ, ຍືນຍົງລະຫວ່າງວິສາຫະກິດ, ສະຫະກອນ ກັບຜູ້ປູກກາເຟ; ພັດທະນາການຄ້າເອເລັກໂຕນິກ, ຫັນຊ່ອງທາງຈຳໜ່າຍເປັນຫຼາຍຮູບແບບ, ຍົກສູງປະສິດທິຜົນການເຊື່ອມຕໍ່ລະຫວ່າງຜູ້ຜະລິດກັບຕະຫຼາດຈຳໜ່າຍ. ຍູ້ແຮງການພັດທະນາກາເຟທີ່ມີຄຸນນະພາບສູງ, ກາເຟພິເປັນເອກະລັກ ຫວຽດນາມ ດ້ວຍລົດຊາດພິເສດ, ສະເພາະ ແລະ ໄດ້ຮັບການຢັ້ງຢືນບັນລຸຕາມມາດຕະຖານສາກົນ ຕອບສະໜອງຄວາມຕ້ອງການຂອງຜູ້ອຸໂພກທີ່ເພີ່ມຂຶ້ນນັບມື້ນັບສູງ.”
ປັດຈຸບັນ, ດັກລັກມີເນື້ອທີ່ປູກກາເຟກວ່າ 210.000 ເຮັກຕາ, ສະມັດຕະພາບການຜະລິດບັນລຸໄດ້ກວ່າ 520.000 ໂຕນ, ກວມເອົາກວ່າ 30% ປະລິມານກາເຟທົ່ວປະເທດ. ກາເຟຂອງ ດັກລັກ ໄດ້ສົ່ງອອກໄປຍັງນັບຮ້ອຍປະເທດ ແລະ ເຂດແຂວ້ນໃນໂລກ.