ໄຂງານບຸນ ອັອບອອມບັອກ ແຂວງ ຈາວິງ ປີ 2020

(VOVWORLD) -ວັນທີ 25 ຕຸລາ ງານບຸນອັອບອອມບັອກ ປີ 2020 ເຊິ່ງແມ່ນງານບຸນປະເພນີຂອງຊາວເຜົ່າຂະແມ ຈາວິງ ໄດ້ຖືກໄຂຂຶ້ນຢູ່ແຂວງ ຈາວິງ
ໄຂງານບຸນ ອັອບອອມບັອກ ແຂວງ ຈາວິງ  ປີ 2020 - ảnh 1 ໄຂງານບຸນ ອັອບອອມບັອກ ຢູ່ ແຂວງ ຈາວິງູ່

ງານບຸນປີນີ້ ຖືກຈັດຂຶ້ນດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ ອັນໄດ້ສ້າງບັນຍາກາດເບີກບານມ່ວນຊື່ນ ທັງຮັບປະກັນຄວາມປອດໄພ ແລະ ປະຢັດ. ງານບຸນ ອັອບອອມບັອກ ປີ 2020 ແມ່ນໂອກາດເພື່ອແນະນຳໂຄສະນາ ກ່ຽວກັບພາບພົດປະຊາຊົນແຂວງ ຈາວິງ, ບັນດາທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງ ເພີ່ມທະວີການພົວພັນແລກປ່ຽນ, ຮ່ວມມືພັດທະນາ ບັນດາຜະລິດຕະພັນທ່ອງທ່ຽວ ກັບບັນດາແຂວງ ນະຄອນອື່ນໆ, ປະຕິບັດວຽກງານສົ່ງເສີມ ຮຽກຮ້ອງບັນດາຫົວໜ່ວຍອົງການຈັດຕັ້ງສ່ວນບຸກຄົນ ລົງທຶນເຂົ້າໃນການພັດທະນາຂະແໜງທ່ອງທ່ຽວຂອງແຂວງ ຈາວິງ. ງານບຸນ ອັອບອອມບັອກ ປີ 2020 ຈະດຳເນີນຈົນຮອດວັນທີ 31 ຕຸລາ ຈຶ່ງອັດລົງ. 

ຕອບກັບ

ຂ່າວ/ບົດ​ອື່ນ