(vovworld) – ພິທີໄຂງານບຸນກາເຟ ບວນມາທວດ ຄັ້ງທີ 5, ຖືກດຳເນີນໄປໃນຕອນຄໍ່າວັນທີ 10/03, ຢູ່ນະຄອນບວນມາທວດ, ແຂວງດັກລັກ, ດ້ວຍຫົວຂໍ້ “ເຕົ້າໂຮມຈຸດຍອດຍິ່ງຂອງເຂດພູຜາປ່າໄມ້”, ເພື່ອແນໃສ່ຍູ້ແຮງການໂຄສະນາ, ແນະນຳຜະລິດຕະພັນກາເຟ ຫວຽດນາມ ເວົ້າລວມ, ກາເຟ ບວນມາທວດ - ດັກລັກ ເວົ້າສະເພາະ; ຢືນຢັນທີ່ຕັ້ງສຳຄັນຂອງກາເຟ ຫວຽດນາມ ໃນຂະແໜງກາເຟຂອງໂລກ. ນີ້ກໍ່ແມ່ນກາລະໂອກາດເພື່ອເພີ່ມທະວີການສົ່ງເສີມການຄ້າ, ດຶງດູດນັກລົງທຶນ, ຍົກສູງຄຸນນະພາບ, ປະສິດທິຜົນໃນການຜະລິດ, ປຸງແຕ່ງ, ສົ່ງອອກ… ມຸ່ງໄປເຖິງການພັດທະນາຢ່າງໝັ້ນຄົງຂອງຂະແໜງກາເຟ ຫວຽດນາມ ແລະ ກາເຟ ບວນມາທວດ. ຜ່ານນັ້ນ, ປະກອບສ່ວນຊຸກຍູ້ດ້ານເສດຖະກິດ, ສັງຄົມຂອງແຂວງເວົ້າລວມ, ຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງເວົ້າສະເພາະ ໃຫ້ພັດທະນາຢ່າງໄວ ແລະ ໝັ້ນຄົງ ເພື່ອນຳແຂວງ ດັກລັກ ກາຍເປັນໃຈກາງເສດຖະກິດ, ສັງຄົມຂອງເຂດໄຕງວຽນ. ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ເຈີນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫຼວດ, ຫົວໜ້າຄະນະຊີ້ນຳເຂດໄຕງວຽນ ເນັ້ນໜັກວ່າ.
“ບັນດາແຂວງຢູ່ເຂດໄຕງວຽນ ຕ້ອງສົມທົບກັບກະຊວງ, ຄະນະ, ຂະແໜງການຂັ້ນສູງກາງຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ປະຕິບັດວຽກງານວາງແຜນກຳນົດທີ່ດິນປູກກາເຟ ເປັນຢ່າງດີ; ລົງທຶນຄົ້ນຄວ້າຍົກສູງຄຸນນະພາບແນວພັນປູກ, ນຳໃຊ້ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າເຂົ້າໃນການປູກ, ປົວລະບັດ, ປຸງແຕ່ງກາເຟ. ເພີ່ມທະວີການຮໍ່າຮຽນເອົາບົດຮຽນຈາກບັນດາປະເທດປູກຕົ້ນກາເຟ ຈາກຂອດປູກ, ປົວລະບັດ, ປຸງແຕ່ງ, ຍູ້ແຮງການສົ່ງເສີມ, ເປີດກວ້າງຕະຫຼາດຈຳໜ່າຍ, ເປີດກວ້າງການພົບປະ, ແລກປ່ຽນດຶງດູດນັກທ່ອງທ່ຽວມາທ່ອງທ່ຽວຢູ່ເຂດໄຕງວຽນ ໃຫ້ຫຼາຍກວ່າ”.
ໄຂງານບຸນດາເຟ ບວນມາທວດ ຄັ້ງທີ 5 ດຳເນີນໄປແຕ່ວັນທີ 09 – 12/03.