( vovworld ) - ຕອນຄໍ່າວັນທີ 26/3, ຢູ່ເຂດປູສະນີຍະສະຖານປະຫວັດສາດວິຫານຮຸ່ງ, ໄດ້ຈັດພິທີໄຂງານບຸນວັດທະນະທຳ, ການສະແດງຂັບ Xoan ແລະ ຂັບລຳພື້ນເມືອງ Phu Tho. ນີ້ແມ່ນໜື່ງໃນບັນດາຈຸດໃໝ່ຂອງງານບຸນວິຫານຮຸ່ງປີ 2012 ນີ້, ເພື່ອແນໃສ່ໂຄສະນາມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດຫາກໍ່ໄດ້ຮັບການຮັບຮູ້ຈາກອົງການ UNESCO. ງານບຸນໄດ້ດຶງດູດຄວາມສົນໃຈຂອງ 14 ກອງສິລະປະກອນ ແລະ 12 ສະໂມສອນຂັບ Xoan ທີ່ມາຈາກ 13 ເມືອງຂອງແຂວງ Phu Tho. ນີ້ແມ່ນໂອກາດເພື່ອໂຄສະນາ, ແນະນຳ, ເຊີດຊູບັນດາຄຸນຄ່າວັດທະນະທຳສະໄໝລາດຊະວົງຮຸ່ງ, ພ້ອມກັນນັ້ນກໍເຊີດຊູຄຸນຄ່າມໍລະດົກວັດທະນະທຳຂັບ Xoan, ບັນດາທຳນອງເພງພື້ນເມືອງທີ່ເປັນເອກະລັກສະເພາະເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຮັບຊາບ. ຜ່ານນັ້ນຈະເລືອກເອົາບັນດາສີລະປິນດີເດັ່ນ, ບັນດາທຳນອງເພງພື້ນເມືອງເປັນເອກະລັກສະເພາະເພື່ອຮັກສາ, ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳອັນລຳຄ່ານີ້, ປະກອບສ່ວນພັດທະນາການທ່ອງທ່ຽວ ແລະ ພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.