ໄຂງານບຸນຕ້ອນຮັບບຸນ ປີໃໝ່ຢູ່ນະຄອນໂຮ່ຈິມິນ
(ໄຂງານບຸນຕ້ອນຮັບບຸນປີໃໝ່ຢູ່ນະຄອນໂຮ່ຈິມິນ)
(vovworld) - ງານບຸນຕ້ອນຮັບບຸນປີໃໝ່ຢູ່ນະຄອນໂຮ່ຈິມິນ ຖືກໄຂຂຶ້ນໃນຕອນຄໍ່າ ວັນທີ 30/12, ເຊິ່ງເປັນການເຄື່ອນໄຫວປະຈຳປີໂດຍຄະນະກຳມະການປະຊາຊົນນະຄອນຈັດຕັ້ງ, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການເຄື່ອນໄຫວວັດທະນະທຳທາງດ້ານຈິດໃຈຂອງໝູ່ມະຫາຊົນນະຄອນ.ດ້ວຍບັນດາການເຄື່ອນໄຫວວາງສະແດງ, ລະຫຼິ້ນ, ວັດທະນະທຳອາຫານການກິນ... ງານບຸນຍັງແມ່ນໂອກາດເພື່ອໂຄສະນາເຖິງເພື່ອນມິດສາກົນພາບພົດຂອງນະຄອນໂຮ່ຈິມິນທີ່ຂະຫຍັນຂັນເຂື່ອນ, ບັນດາການເຄື່ອນໄຫວວັດທະນະທຳທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ, ພວມເປັນເຈົ້າການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ຈຸດພິເສດຂອງງານບຸນແມ່ນລາຍການສະຫຼຸບ ແລະ ມອບຂອງຂວັນໃຫ້ແກ່ງານມະໂຫລານສິລະປະ ເດີນກາຕ່າຍຕື ນະຄອນໂຮ່ຈິມິນປີ 2013 - ລາງວັນດອກບົວຄຳ. ເນື່ອງໃນໂອກາດນີ້, ມວນຊົນ ແລະ ນັກທ່ອງທ່ຽວຍັງໄດ້ຮັບຊົມລາຍການສະແດງສິລະປະພິເສດຂອງງານບຸນ “ນະຄອນໂຮ່ຈິມິນ ຕ້ອນຮັບປີໃໝ່ຄ.ສ 2014” ດ້ວຍບັນດາລາຍການສະແດງສິລະປະ ເດີນກາຕ່າຍຕື ໂດຍບັນດານັກສິລະປີນທີ່ມີຊື່ສຽງສະແດງ.