ງານບຸນຢ້ອງ
(ພາບ:vanhoadoisong)
|
(vovworld)- ຕອນເຊົ້າວັນທີ 5/5, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານຟູ່ດົງ, ຄະນະກຳມະການ ປະຊາຊົນຕາແສງຟູ່ດົງຮ່ວມກັບຄະນະ ກຳມະການປະຊາຊົນເມືອງ ຢາເລີມ, ຮ່າໂນ້ຍຈັດພິທີຮັບ ໃບຢັ້ງຢືນ ປູຊະນີຍະ ສະຖານລະດັບຊາດພິເສດ ແລະ ໄຂງານບຸນຢ້ອງປີ 2014.
ງານບຸນຢ້ອງປີ 2014 ຖືກຈັດຂຶ້ນແຕ່ວັນທີ 5-7/5 ດ້ວຍບັນດາການ ເຄື່ອນໄຫວສະແດງສິລະປະ ທີ່ເປັນເອກະລັກສະເພາະ. ນີ້ແມ່ນງານບຸນອັນ ເປັນປະເພນີ ໄດ້ຮັບການຈັດຕັ້ງ ມາແຕ່ສະໄໝລາດຊະວົງຫຼີ ແລະ ໄດ້ຮັບການຮັກສາຈາກປະຊາຊົນ, ກາຍເປັນງານບຸນທີ່ມີຊື່ສຽງກ່ວາໝູ່ຢູ່ເຂດ ທົ່ງພຽງແມ່ນ້ຳແດງ. ງານບຸນຢ້ອງສະແດງໃຫ້ເຫັນນ້ຳໃຈຕ້ານສັດຕູຜູ້ຮຸກຮານຂ ອງປະຊາຊົນຫວຽດນາມລຸ່ນກ່ອນໆ, ສະແດງຄວາມຫວັງໃຫ້ປະເທດຊາດມີ ສັນຕິພາບ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຜາສຸກ.