ໄຂງານບຸນວັດເຮືອງ 2012

ວັນ​ທີ 28/1, ກົງ​ກັບ​ວັນ​ທີ 6 ​ເດືອນ​ຈຽງ ​ໄລ່​ຕາມ​ຈັນທະ​ປະຕິທິນ, ຢູ່ຕາ​ແສງ​ເຮືອງ​ເຊີນ, ເມືອງໝີ໋ດຶກ ນະຄອນຮ່າ​ໂນ້ຍ ​ໄດ້​ໄຂ​ງານ​ບຸນ​ວັດ​ເຮືອງ ລະດູບານ​ໃໝ່​ປີ​ມະ​ຮົງ 2012. ນີ້​ແມ່ນ 1 ​ໃນ​ບັນດາ​ງານ​ບຸນ​ສາສະໜາ​ພຸດ​ໃຫ່ຍ ​ແລະ​ແກ່ຍາວ​ກ່ວາ​ໝູ່​ຢູ່​ຫວຽດນາມ. ງານ​ບຸນ​ຈະ​ເລີ່​ມ​ແຕ່​ວັນ​ທີ 28/1 ຮອດ​ວັນ​ທີ 30/4 ກົງ​ກັບ​ວັນ​ທີ 10/4 ໄລ່​ຕາມ​ຈັນທະ​ປະຕິທິນ. ພິທີ​ໄຂງານ​ບຸນ​ວັດ​ເຮືອງປີ​ນີ້ ​ໄດ້​ເລີ່​ມ ຕົ້ນດ້ວຍ​ບັນດາ​ລາຍການ​ຄື: ສະ​ແດງ​ສີ​ລະ​ປະ, ດົນຕີ, ຂັບ​ກວານ​ຫໍ້, ຟ້ອນ​ສິງ​ໂຕ…​…ຢ່າງ​ຟົດ​ຟຶ້ນມ່ວນຊື່ນ ຊື່​ງ​ໄດ້​ດູດ​ດືມ​ໃຈ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ. ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ວັດ​ເຮືອງ, ​ເມືອງ​ໝີ໋ດຶກ​ໄດ້​ລົງທຶນ​ຈຳນວນ​ເງິນ​ກ່ວາ 20 ຕື້​ດົ່ງ​ເພື່ອ​ບູລະນະ​ສ້ອມ​ແປງ, ຍົກ​ລະດັບ​ເຂດ​ທ່າ​ເຮືອ​ທຽນ​ຈູ່, ຫ້ວຍ​ອຽນ, ວັດ​ທຽນ​ຈູ່….​ແລະ​ຈັດການ​ຟຶກອົບຮົມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຫຼັກອະນາ​ໄມ​ຄວາມ​ແອດ​ໄພ​ສະບຽງ​ອາຫານ…​ໃຫ້​ແກ່​ປະຊາຊົນ 6 ບ້ານ​ຂອງ​ຕາ​ແສງ​ເຮືອງ​ເຊີ​ນ.

ຂ່າວ/ບົດ​ອື່ນ