ໄຂງານພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ 2017

(VOVWORLD) - ເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017), 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, 
ໄຂງານພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ 2017 - ảnh 1 (ພາບປະກອບ)

ຕອນເຊົ້າວັນທີ 06 ກັນຍາ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈັດຕັ້ງພິທີເປີດງານພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ 2017. ການເຄື່ອນໄຫວພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ແມ່ນການເຄື່ອນໄຫວແທດຈິງ ປະກອບສ່ວນສຶກສາອົບຮົມໃຫ້ຊາວໜຸ່ມ 2 ປະເທດກ່ຽວກັບນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຄະນະຊາວໜຸ່ມ ແລະ ໄວໜຸ່ມ 2 ປະເທດ ຫວຽດນາມ - ລາວ ເພີ່ມທະວີການພົວພັນແລກປ່ຽນ, ເຂົ້າໃຈຊຶ່ງກັນ ແລະ ກັນ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເລກວກຟອງ ເນັ້ນໜັກວ່າ:

        “ລຸ້ນໜຸ່ມ 2 ປະເທດມີຄວາມເອກອ້າງທະນົງໃຈ ແລະ ນິຍົມນັບຖືປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອົງອາດກ້າຫານຂອງ 2 ຊາດ ກ່ຽວກັບນ້ຳໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ສ້າງຂຶ້ນ, ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນຳລຸ້ນຕ່າງໆ ແລະ ປະຊາຊົນ 2 ປະເທດ ເພື່ອກາຍເປັນຊັບສົມບັດຮ່ວມອັນລ້ຳຄ່າຂອງ 2 ຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ