(vovworld) – ພິທີໄຂງານພົບປະມິດຕະພາບ ຊາວໜຸ່ມ ຫວຽດນາມ - ລາວ ປີ 2013 ຖືກຈັດຂຶ້ນໃນຕອນຄຳ່ວັນທີ 16/7, ຢູ່ແຂວງ ຕວຽນກວາງ. ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາຜູ້ປະຈຳການຄະນະບໍລິຫານງານສູນກາງຊາວໜູ່ມກອມມູນິດ ໂຮ່ຈີມິນ ຟານວັນໝ້າຍ ເນັ້ນໜັກວ່າ ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ໄດ້ກາຍເປັນວັນບຸນມິດຕະພາບຂອງຊາວໜຸ່ມ 2 ປະເທດ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງລຸ່ນໜຸ່ມໃນການສືບທອດ ແລະ ເສີມຂະຫຍາຍການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ. ທ່ານ ຟານວັນໝາຍ ເນັ້ນໜັກວ່າ:
“ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ປີ 2013 ແມ່ນໂອກາດດີເພື່ອໃຫ້ຄະນະຊາວໜຸ່ມ ແລະ ຊາວໜຸ່ມ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ, ເຂົ້າອົກເຂົ້າໃຈກັນ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ວາ. ຂ້າພະເຈົ້າປາດຖະໜາ ແລະ ເຊື່ອມໝັ້ນວ່າ ການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ປີ 2013 ຈະກາຍເປັນຂົວຕໍ່ຕິດພັນ, ຮັດແໜ້ນນ້ຳໃຈຄວາມຜູກພັນຢ່າງໜຽວແໜ້ນລະຫວ່າງຊາວໜຸ່ມ 2 ປະເທດເວົ້າສະເພາະ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ”
ແລະກໍ່ໃນວັນດຽວກັນ, ຢູ່ແຂວງ ຕວຽນກວາງ, ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ໄດ້ຢ້ຽມຢາມເຂດທ່ອງທ່ຽວປະຫວັດສາດ, ວັດທະນະທຳ ແລະ ຊີວະພາບ ເຕີນຈ່າວ, ເຂດປູຊະນີຍະສະຖານປະຫວັດສາດພິເສດຂອງການປະຕິວັດລາວ ຢູ່ຕາແສງ ໝີບັ່ງ, ເມືອງ ອຽນເຊີນ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດລາວ, ເປີດສະຫຼອງສູນຄອມພິວເຕີ ເຊື່ອມຕໍ່ອີນເຕີເນັດ ໃຫ້ແກ່ຊາວໜຸ່ມຕາແສງ ໝີບັ່ງ.