ໄຂງານມະຫາກຳກິລາຂອງຊາວ ຫວຽດ ຢູ່ ສິງກະໂປ

(VOVWORLD) - ນີ້ແມ່ນເຫດການກິລາທີ່ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
ໄຂງານມະຫາກຳກິລາຂອງຊາວ ຫວຽດ ຢູ່ ສິງກະໂປ - ảnh 1ພິທີໄຂງານມະຫາກຳຈັດຂຶ້ນໃນວັນທີ 12 ກຸມພາ
(ພາບ: Lê Dương/TTXVN)

ວັນທີ 12 ກຸມພາ, ຄະນະຕິດຕໍ່ພົວພັນປະຊາຄົມຊາວ ຫວຽດນາມ ແລະ ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດພິທີໄຂງານມະຫາກຳກິລາ ທີ່ມີຊື່ວ່າ “ວັນລາງ Sports Competition 2023” ດ້ວຍການອຸປະຖຳຂອງສະຖານທູດ ຫວຽດນາມ ປະຈຳ ສິງກະໂປ.

        ນີ້ແມ່ນເຫດການກິລາທີ່ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສິງກະໂປ, ດ້ວຍການເຂົ້າຮ່ວມຂອງນັກກິລາ 300 ຄົນ, ແຂ່ງຂັນໃນ 3 ປະເພດກິລາຄື: ການແຂ່ງຂັນບານເຕະຊິງຂັນ Hung Vuong Petrolimex Singapore ຄັ້ງທີ 7, ການແຂ່ງຂັນແທັນນິດເປິດກ້ວາງ ແລະ ຕີດອກປີກໄກ່ເປີດກ້ວາງ.

        ງານມະຫາກຳກິລາແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ປະຈຳ ສິງກະໂປ ໄດ້ພົບປະແລກປ່ຽນ, ຮ່ຳຮຽນ, ມີຄວາມຜູກພັນກັນກ່ວາເມື່ອຢູ່ຫ່ໄກຈາກບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ