ໄຂງານມະໂຫລານມິດຕະພາບປະຊາ ຊົນຫວຽດນາມ - ລາວ ຄັ້ງທີ 3 ຂຶ້ນຢ່າງສົມກຽດ

ໄຂງານມະໂຫລານມິດຕະພາບປະຊາ ຊົນຫວຽດນາມ - ລາວ ຄັ້ງທີ 3 ຂຶ້ນຢ່າງສົມກຽດ - ảnh 1
ພິທີໄຂງານມະໂຫລານ
(ພາບ: Quynh Lan)

(vovworld) - ພິທີ​ໄຂງານ​ມະ​ໂຫລານ​ມິດຕະພາບປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ​ເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ​​ໄດ້ຈັດ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 16/7 ຢູ່ ຮ່າ​ໂນ້ຍຢ່າງ​ສົມ​ກຽດ.

ອ່ານ​ສູນ​ທອນ​ພົດ​ໄຂ​ງານ​ມະ​ໂຫລານ, ທ່ານ Vu Trong Kim, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຮອງ​ປະທານ ທັງ​ເປັນ​ເລຂາ​ທິການ​ໃຫຍ່ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ເນັ້ນ​ໜັກ​ວ່າ:

“ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ໄດ້​ວ່າ: ສືບ​ຕໍ່​ສ້າງສາ, ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ແມ່ນ​ຄວາມ​ຮັບຜິດຊອບ​ລວມຂອງ​ຄະນະ​ພັກທຸກຂັ້ນ, ອຳນາດ​ການ​ປົກຄອງ, ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ປະຊາຊົນ 2 ປະ​ເທດ​ແຕ່ລະຄົນ, ​ໃນ​ນັ້ນ​ມີ​ບັນດາ​ອົງການ​ມິດຕະພາບ​ຂອງ 2 ປະ​ເທ​ດພວກ​ເຮົາ”

ສ່ວນທ່ານ ພັນຄຳ ວິພາ​ວັນ, ກຳມະການ​ກົມ​ການ​ເມືອງພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ກະຊວງ​ສຶກສາທິການ ​ແລະ ກິລາ, ປະທານ​ສະມາຄົມ​ມິ​ດຕະພາບ​ລາວ - ຫວຽດນາມ ຢືນຢັນ​ວ່າ: ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ໃນ​ປີ​​ແຫ່ງ​ຄວາມ​ສາມັກຄີ - ມິດຕະພາບ​ຫວຽດນາມ - ລາວ 2012, ສະ​ເຫຼີ​ມສະຫຼ​ອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ ​ແລະ ການ​ຮ່ວມ​ມືຫວຽດນາມ - ລາວ. ທ່ານ ພັນ​ຄຳ ວິ​ພາ​ວັນ ​ເວົ້າ​ວ່າ
ສຽງທ່ານ ພັນ​ຄຳ ວິ​ພາ​ວັນ
ຂ່າວ/ບົດ​ອື່ນ