ໄຂງານວາງສະແດງ “ປະທານໂຮ່ຈິມິນກັບ ປະເທດລັດເຊຍຜ່ານ ເອກະສານສະສົມ“
(ພາບ: vov)
(vovworld) – ຕອນເຊົ້າວັນທີ 6/11, ໄດ້ໄຂໄຂງານວາງສະແດງ “ປະທານໂຮ່ຈິມິນກັບປະເທດລັດເຊຍຜ່ານເອກະສານສະສົມ“ ເນື່ອງໃນໂອກາດສະເຫຼີມສະຫຼອງ 97 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍປະສົບຜົນສຳເລັດ (7/11/1917-7/11/2014) ແລະ ມຸ່ງໄປເຖິງພິທີສະເຫຼີມສະລອງ 65 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດຫວຽດນາມ-ລັດເຊຍ (30/1/1950-30/1/2015).
ງານວາງສະແດງໄດ້ສະແດງເອກະສານ, ຮູບພາບ ແລະ ວັດຖຸພັນກ່ວາ 200 ຢ່າງ ຊື່ງໄດ້ສ່ອງແສງເຖິງການເຄືອ່ນໄຫວຂອງປະທານໂຮ່ຈິມິນຢູ່ລັດເຊຍ; ສາຍພົວພັນມິດຕະພາບລະຫວ່າງພັກ, ປຊຊ ສອງປະເທດຫວຽດນາມ-ລັດເຊຍ ແລະ ຮູບພາບປະທານໂຮ່ຈິມິນໃນດວງໃຈ ປຊຊ ລັດເຊຍ. ງານວາງສະແດງໄດ້ປະກອບສ່ວນໂຄສະນາ, ຍົກສູງຄຸນສົມບັດ, ແນວທາງການທູດ, ແນວຄິດສັນຕິພາບຂອງປະທານໂຮຈິມິນ; ບຸຳລຸງສ້າງ, ສຶກສາອົບຮົມນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືກັບສາກົນ ແລະ ປັບປຸງສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ລັດເຊຍ ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ໃນອະດີດ ຕະການ ແລະ ເປີດທິດພັດທະນາໃນອະນາຄົດ. ງານວາງສະແດງຈະອັດລົງໃນວັນທີ 5/12 ຈະມາເຖິງ./.