(vovworld) – “ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາ ປາຣີ ກ່ຽວກັບການຢຸດຕິສົງຄາມ ແລະ ສ້າງຕັ້ງສັນຕິພາບຄືນໃໝ່ຢູ່ຫວຽດນາມ” ແມ່ນຫົວຂໍ້ຂອງງານວາງສະແດງທີ່ໄຂຂຶ້ນໃນຕອນເຊົ້າວັນທີ 23/1 ຢູ່ ຮ່າໂນ້ຍ. ຮູບພາບ 140 ແຜ່ນ ແລະ 30 ວັດຖຸພັນທີ່ວາງສະແດງໃນຄັ້ງນີ້ ໄດ້ຊ່ວຍໃຫ້ປະຊາຊົນເຫັນປະຈັກຕາເອກະສານ, ວັດຖຸພັນທີ່ລ້ຳຄ່າ, ສະແດງວິວັດການເຈລະຈາ ແລະ ເຊັນສົນທິສັນຍາ ປາຣີ ຢ່າງມີຊີວິດຊີວາ. ກ່າວຄຳເຫັນໄຂພິທີ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນເຟືອງງາ ຊີ້ແຈງວ່າ:
“ໃນປະຫວັດສາດນັບພັນປີແຫ່ງການສາດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນ ຫວຽດນາມ, ບໍ່ທັນມີການເຈລະຈາໃດທີ່ແກ່ຍາວ, ຂ້ຽວຂາດ ແລະ ດຸເດືອດຄື ກອງປະຊຸມ ປາຣີ. ພວກຂ້າພະເຈົ້າຫວັງວ່າ ເມື່ອມາຢ້ຽມຊົມງານວາງສະແດງ, ຜູ້ຊົມອາດຈະມີຄວາມເຂົ້າໃຈກ່ຽວກັບການຕໍ່ສູ້ອັນຍຶດເຍື້ອຍາວນານ, ອົງອາດກ້າແກ່ນ, ສະຫຼາດສະຫຼຽວ ແລະ ເຕັມໄປດ້ວຍຄຸນນະທາດຂອງບັນດານັກການທູດປະຕິວັດ ຫວຽດນາມ ໃນການເຈລະຈາ ແລະ ການສົມທົບຢ່າງກົມກຽວລະຫວ່າງ 3 ແນວຮົບຄື; ການທະຫານ - ການເມືອງ - ການທູດ, ການສະໜັບສະໜູນ, ການລະດົມກຳລັງໃຈ ຂອງບຸກຄົນທີ່ກ້າວໜ້າ, ຮັກຫອມສັນຕິພາບ ແລະ ຄວາມຍຸຕິທຳສຳຫຼັບປະຊາຊົນ ຫວຽດນາມ ນັ້ນ, ທັງຈຸດເວລາຫຍຸ້ງຍາກ ແລະ ຈຸດເວລາພາກພູມໃຈເມື່ອໄດ້ຮັບໄຊຊະນະ”
ເຂົ້າຮ່ວມພິທີໄຂງານວາງສະແດງມີຜູ້ຕາງໜ້າບັນດາອົງການການທູດສາກົນ ປະຈຳ ຫວຽດນາມ. ທ່ານ Saadi Salama, ເອກອັກຄະລັດຖະທູດ ສ ປາແລດສະຕີນ ປະຈຳ ຫວຽດນາມໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມສະເທືອນໃຈ ຍ້ອນໄດ້ຮັບຊົມບັນດາຮູບພາບກ່ຽວກັບການສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາປາຣີ. ຄວາມສາມັກຄີສາກົນ ຂອງຫວຽດນາມ, ຕິດພັນກັບຄວາມສາມັກຄີຂອງຊາດ ແລະ ບັນດານະໂຍບາຍທີ່ສະຫຼາດສ່ອງໃສຂອງຫວຽດນາມ ໃນການສົມທົບ 3 ແນວຮົບ ການທູດ, ການເມືອງ ແລະ ການທະຫານ ໄດ້ນຳເອົາຜົນງານອັນໃຫຍ່ຫຼວງມາໃຫ້ຫວຽດນາມ ໝາກຜົນອັນໃຫຍ່ຫຼວງ, ນັ້ນແມ່ນຢຸດຕິສົງຄາມ ແລະ ສ້າງຕັ້ງພື້ນຖານສັນຕິພາບຄືນໃໝ່. ບັນດາບົດຮຽນຂອງຫວຽດນາມ, ໂດຍສະເພາະແມ່ນໃນບັນຫາເຈລະຈາ ເພື່ອຢຸດຕິສົງຄາມ ແມ່ນບັນດາບົດຮຽນ ອັນລ້ຳຄ່າເຊິ່ງພວກຂ້າພະເຈົ້າພວມຊອກຫາ. ພວກຂ້າພະເຈົ້າຂໍອວຍພອນປະຊາຊົນຫວຽດນາມ”