ໄຂງານວາງສະແດງຮູບຖ່າຍ “20 ປີແຫ່ງການພົວພັນມິດຕະພາບຫວຽດນາມ ສ.ເກົາຫຼີ”

ໄຂງານວາງສະແດງຮູບຖ່າຍ “20 ປີແຫ່ງການພົວພັນມິດຕະພາບຫວຽດນາມ ສ.ເກົາຫຼີ” - ảnh 1
ງານ​ວາງສະ​ແດງ​ຮູບຖ່າຍ “20 ປີ​ແຫ່ງ​ການ​
ພົວພັນ​ມິດຕະພາບຫວຽດນາມ ສ.​ເກົາຫຼີ”
(ພາບ: baomoi.com)


(vovworld) -     ຕອນ​ບ່າຍ​ວັນ​ທີ 14/12, ງານ​ວາງສະ​ແດງ​ຮູບຖ່າຍ “20 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບຫວຽດນາມ ສ.​ເກົາຫຼີ” ​ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ຮ່າ​ໂນ້ຍ. ງານ​ວາງສະ​ແດງ ​ໄດ້​ນະ​ນຳຮູບ​ຖ່າຍ 75 ​ແຜ່ນ​ໃນ​ຈຳນວນ​ຮູບ​ຖ່າຍ​ນັບ​ຮ້ອຍ​ແຜ່ນ ທີ່​ສ່ອງ​ແສງການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ຢ່າງຮອບດ້ານ. ​ເນື້ອ​ໃນ​ຂອງ​ບັນດາ​ຮູບຖ່າຍແມ່ນ​ທິວ​ທັດ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ມີ​ຊີວິດ​ຊີວາ​ກ່ຽວ​ກັບປະ​ເທດສ.​ເກົາຫຼີ, ທີ່​ມີ​ໄລຍະປະ​ຫວັດ​ສາດ ​ແລະ ວັດທະນະທຳ ມີ​ມາ​ແຕ່​ດົນ​ນານ, ດ້ວຍ​ບັນດາ​ຊາວ​ສ.​ເກົາຫຼີ​ ​ແມ່ນ​ຜູ້​ທີ່ໃກ້ຊິດ​ສະ​ນິດ​ສະ​ໜົມ, ຮັກ​ແພງ​​ແຂ​ກຄົນ.

        ກ່ອນ​ນ້າ​ນັ້ນ, ວັນ​ທີ 30/11 ຜ່ານ​ມາ, ​ກໍໄດ້​ຈັດງານ​ວາງສະ​ແດງ​​​ຄ້າຍຄື​ກັນຢູ່ ​ເຊີ​ອູ​ນ, ​​ເພື່ອໂຄສະ​ນາ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ກໍ​ຄື​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດ​ທິຜົນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ ການ​ຕ່າງປະ​ເທດ, ​ເສດຖະກິດ, ວັດທະນະທຳ ສັງຄົມ.

ຂ່າວ/ບົດ​ອື່ນ