ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທີ່ພິທີ
|
(vovworld)_ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານ ເຈື່ອງຈິງ, ອະດີດເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມຄົບຮອບ 110 ປີ, ຫ້ອງວ່າການສູນກາງພັກ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັນຈັດຕັ້ງງານວາງສະແດງຮູບຖ່າຍ “ ທ່ານເລຂາທິການໃຫຍ່ ເຈື່ອງຈິງ - ນັກຮຽນດີເດັ່ນຂອງປະທານໂຮຈີມິນ ” ງານວາງສະແດງໄດ້ແນະນຳຮູບຖ່າຍ, ເອກະສານ, ວັດຖຸພັນເກືອບ 200 ຢ່າງ, ໃນນັ້ນມີເອກະສານຫຼາຍສະບັບເປັນຄັ້ງທຳອິດໄດ້ຮັບການປະກາດ, ແນະນຳໂດຍສັງເຂບກ່ຽວກັບຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ເຈື່ອງຈິງ ໃນຖານະເປັນນັກການເມືອງໂດດເດັ່ນ, ນັກວັດທະນະທຳໃຫຍ່, ນັກຂ່າວທີ່ມີຊື່ສຽງ ແລະ ບັນດາການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ເຈື່ອງຈິງ ທີ່ມີຕໍ່ການປະຕິວັດຫວຽດນາມ. ໃນສະໝຸດບັນທຶກຄວາມຮູ້ສຶກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ ງານວາງສະແດງແມ່່ນການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ເຈື່ອງຈິງ ຄົບຮອບ 110 ປີ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີໃຫ້ບັນດາອົງການສຳນັກງານ ຍູ້ແຮງວຽກງານໂຄສະນາ, ແນະນຳເຖິງມະຫາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບແບບຢ່າງທີ່ອົງອາດກ້າຫານ, ບໍ່ຍອມຈຳນົນ, ການເສຍສະຫຼະຊີວິດອັນສູງສົ່ງ ແລະ ຄຸນສົມບັດອັນສ່ອງໃສ, ມີຄວາມສຸດຈິດສຸດໃຈເພື່ອປະເທດຊາດ, ເພື່ອປະຊາຊົນຂອງທ່ານເລຂາທິການໃຫຍ່ ເຈື່ອງຈິງ ເວົ້າສະເພາະ ແລະ ບັນດານັກຮົບປະຕິວັດຜູ້ອາວຸດໂສເວົ້າລວມ.
(