ໄຂງານແຂ່ງຂັນກິລາຄົນພິການທົ່ວປະເທດຄັ້ງທີ 6

(VOVWORLD) - ຜ່ານການແຂ່ງຂັນຄັ້ງນີ້ແມ່ນເພື່ອແນໃສ່ຄົ້ນພົບບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມເພື່ອເພີ່ມເຕີມເຂົ້າທີມນັກກິລາຄົນພິການແຫ່ງຊາດ
ໄຂງານແຂ່ງຂັນກິລາຄົນພິການທົ່ວປະເທດຄັ້ງທີ 6 - ảnh 1ພິທີໄຂການແຂ່ງຂັນກິລາຄົນພິການ

ຕອນຄ່ຳວັນທີ 9 ກໍລະກົດ, ຢູ່ສູນກິລາ ຕຽນເຊີນ, ນະຄອນ ດ່ານັ້ງ ໄດ້ໄຂງານແຂ່ງຂັນກິລາສຳລັບຄົນພິການທົ່ວປະເທດຄັ້ງທີ 6 ປິ 2018. ເຂົ້າຮ່ວມການແຂ່ງຂັນມີ 29 ຄະນະດ້ວຍນັກກິລາກ່ວາ 1.300 ຂອງບັນດາແຂວງ, ນະຄອນໃນທົ່ວປະເທດ; ພ້ອມກັບຄູຝຶກ, ນັກອາສາສະໝັກເປັນຮ້ອຍໆຄົນ. ຜ່ານການແຂ່ງຂັນຄັ້ງນີ້ແມ່ນເພື່ອແນໃສ່ຄົ້ນພົບບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມເພື່ອເພີ່ມເຕີມເຂົ້າທີມນັກກິລາຄົນພິການແຫ່ງຊາດ, ພ້ອມທັງເລືອກເຟັ້ນບັນດານັກກິລາດີເດັ່ນເຂົ້າຮ່ວມງານມະຫາກຳກິລາຄົນພິການ ອາຊີ ຄັ້ງທີ 3 ປີ 2018 ເຊິ່ງຈະຈັດຂຶ້ນຢູ່ອິນໂດເນເຊຍ. ນັກກິລາ ເລວັງກົງ - ຄະນະນັກກິລາຄົນພິການນະຄອນ ໂຮ່ຈີມິນ, ນັກກິລາທຳອິດຂອງ ຫວຽດນາມ ຍາດໄດ້ຫຼຽນຄຳ Paralympic, ພ້ອມທັງເປັນຜູ້ສ້າງສະຖິຕິໂລກ ໃນປະເພດກິລາຍົກນ້ຳໜັກ ຢູ່ Rio de Janeiro (ປະເທດ ບຣາຊິນ) ໃນປີ 2016, ແບ່ງປັນວ່າ:

        “ຂ້າພະເຈົ້າເຄີຍເຂົ້າຮ່ວມການແຂ່ງຂັນຢູ່ຫຼາຍທ້ອງຖິ່ນອື່ນໆໃນທົ່ວປະເທດ. ແຕ່ລະທ້ອງຖິ່ນໄດ້ນຳມາໃຫ້ຂ້າພະເຈົ້າຄວາມຮູ້ສຶກອັນພິເສດທີ່ສຸດ. ສຳລັບ ດ່ານັ້ງ ແລ້ວ, ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມການແຂ່ງຂັນທົ່ວປະເທດຈັດຂຶ້ນຢູ່ນະຄອນທີ່ສວຍງາມຄືດ່ານັ້ງ. ຂ້າພະເຈົ້າຫວັງວ່າ ຈະບັນລຸໝາກຜົນດີທີ່ສຸດໃນການແຂ່ງຂັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ