(ພາບປະກອບ)
|
vovworld- ຕອນເຊົ້າ 26/9, ຢູ່ແຂວງ ດັກລັກ, ໄດ້ໄຂງານແຂ່ງຂັນກິລາບານສົ່ງຊາຍມິດຕະພາບຫວຽດນາມ-ລາວຄັ້ງທີ່ 1 ຊຶ່ງມີການເຂົ້າຮ່ວມຂອງ 4 ທິມ, ໃນນັ້ນມີ 2 ທິມມາຈາກແຂວງຈຳປາສັກ ແລະ ສາລະວັນຂອງ ສປປລາວ ແລະ ອີກ 2 ທິມແມ່ນຂອງແຂວງດັກລັກ ແລະ ດົກນົງຂອງ ສ.ສ ຫວຽດນາມ. ຕາມຄະນະຈັດຕັ້ງແລ້ວ, ງານແຂ່ງຂັນກິລາບານສົ່ງຊາຍມິດຕະພາບຫວຽດນາມ-ລາວ ຖືກຈັດຂຶ້ນແມ່ນເພື່ອສຶກສາອົມຮົມເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ສາຍພົວພັນທີ່ສັດຊືບໍລິສຸດແບບພິເສດລະຫວ່າງ 2 ຊາດ ເປັນຕົ້ນແມ່ນໃນລຸ່ນໄວໜຸ່ມ; ເພີ່ມທະວີການພົວພັນຮ່ວມມືຮອບດ້ານໃນທຸກຂົງເຂດລະຫວ່າງແຂວງຕ່າງໆຂອງລາວກັບແຂວງ ດັກລັກຂອງຫວຽດນາມ. ງານແຂ່ງຂັນກິລາບານສົ່ງຊາຍມິດຕະພາບຫວຽດນາມ-ລາວຄັ້ງທີ່ 1 ຈະອັດລົງໃນວັນທີ 27/9.