ໄຂງານແຂ່​ງ​ຂັນ​ສະ​ແດງ​ສິ​ລະ​ປະຂັບ​ລຳ​ພື້ນ​ເມືອງວັດ​ທະ​ນະ​ທຳ ບັນ​ດາ​ເຜົ່າ​ຢູ່​ກ໋​ວາງ​ຫງາຍ

(VOVWORLD) - ສາງມໍລະດົກວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ອຸດົມສົມບູນຂອງ ຫວຽດນາມ ແມ່ນແຫຼ່ງຊັບພະຍາກອນວັດທະນະທຳມະນຸດອັນລ້ຳຄ່າ, ແມ່ນກຳລັງພາຍໃນເພື່ອໃຫ້ບັນດາລຸ້ນຄົນໃນປັດຈຸບັນສືບຕໍ່ສືບທອດ, ເພີ່ມພູນຄູນສ້າງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ.
ໄຂງານແຂ່​ງ​ຂັນ​ສະ​ແດງ​ສິ​ລະ​ປະຂັບ​ລຳ​ພື້ນ​ເມືອງວັດ​ທະ​ນະ​ທຳ ບັນ​ດາ​ເຜົ່າ​ຢູ່​ກ໋​ວາງ​ຫງາຍ - ảnh 1ພິທີໄຂ “ງານແຂ່ງຂັນສະແດງສິລະປະຂັບລຳພື້ນເມືອງວັດທະນະທຳບັນດາເຜົ່າ” (ພາບ: VOV)

“ງານແຂ່ງຂັນສະແດງສິລະປະຂັບລຳພື້ນເມືອງວັດທະນະທຳບັນດາເຜົ່າ” ໄຂຂຶ້ນໃນຕອນຄ່ຳວັນທີ 1 ສິງຫາ ຢູ່ນະຄອນ ກ໋ວາງຫງາຍ, ແຂວງ ກ໋ວາງຫງາຍ. ງານແຂ່ງຂັນໄດ້ດຳເນີນແຕ່ວັນທີ 1 – 4 ສິງຫາ ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປະກຳ, ນັກສິລະປິນ, ນັກສະແດງທີ່ມາຈາກ 24 ແຂວງ, ນະຄອນໃນທົ່ວປະເທດ ມາແຂ່ງຂັນກັນໃນບັນດາເນື້ອໃນຄື: ອາຫານການກິນ ແລະ ສະແດງພິທີກຳທີ່ເປັນມູນເຊື້ອ, ການແຂ່ງຂັນຂັບລຳພື້ນເມືອງ....

ກ່າວຄຳເຫັນໄຂວັນບຸນ, ທ່ານ ຫງວຽນກວັກຮຸຍ, ຮອງຫົວໜ້າກົມວັດທະນະທຳຮາກຖານ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ເນັ້ນໜັກກວ່າ ສາງມໍລະດົກວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ອຸດົມສົມບູນຂອງ ຫວຽດນາມ ແມ່ນແຫຼ່ງຊັບພະຍາກອນວັດທະນະທຳມະນຸດອັນລ້ຳຄ່າ, ແມ່ນກຳລັງພາຍໃນເພື່ອໃຫ້ບັນດາລຸ້ນຄົນໃນປັດຈຸບັນສືບຕໍ່ສືບທອດ, ເພີ່ມພູນຄູນສ້າງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ.

ນີ້ແມ່ນໂອກາດເພື່ອໃຫ້ບັນດານັກສິລະປະກຳ, ນັກສິລະປິນ ເຕົ້າໂຮມ, ພົບປະແລກປ່ຽນ ບົດຮຽນປະສົບການ, ປະດິດສ້າງໃນການອອກແຮງງານທາງດ້ານສິລະປະ, ປະກອບສ່ວນເຂົ້າໃນການຮັກສາ, ເຊີດຊູຄວາມເມົາມົວປະດິດຄິດສ້າງສະລະປະ, ຄວາມຮັກຕໍ່ມໍລະດົກວັດທະນະທຳແຫ່ງຊາດ.

ງານດັ່ງກ່າວແມ່ນເພື່ອແນໃສ່ແນະນຳ, ໂຄສະນາບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ, ຮີດຄອງປະເພນີ, ງານບຸນທີ່ເປັນມູນເຊື້ອ, ທຳນອງເພງພື້ນເມືອງ, ການຟ້ອນ, ອາຫານການກິນຂອງບັນດາເຜົ່າໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ