ໄຂຊຸມວັນວັດທະນາທຳຫວຽດນາມຢູ່ອາເມລິກາ

ໄຂຊຸມວັນວັດທະນາທຳຫວຽດນາມຢູ່ອາເມລິກາ - ảnh 1
ຊຸມ​ວັນວັດທະ​ນາ​ທຳ​ຫວຽດນາມ​ຢູ່​ອາ​ເມ​ລິ​ກາ
(ພາບ: vietnamnet.vn)

​​(vovworld) - ວັນ​ທີ 08/08, “ຊຸມ​ວັນວັດທະ​ນາ​ທຳ​ຫວຽດນາມ​ຢູ່​ອາ​ເມ​ລິ​ກາ” ຖືກ​ໄຂ​ຂຶ້ນ​ຢູ່​ສູນ​ສະ​ແດງ​ສິລະ​ປະ Kennedy. ນີ້​ແມ່ນ​ເຫດ​ການ​ພິ​ເສດ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 20 ປິ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ (1995 - 2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດ​ຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ, ກະລາ ​ແລະ ທ່ອ​ງທ່ຽວ​ຫວຽດນາມ ຮ່ວາງ​ຕ໋ວນ​ແອ​ງ ​ໃຫ​້ຮູ້​ວ່າ: ຊຸມ​ວັນວັດທະ​ນາ​ທຳ​ຫວຽດນາມ​ຢູ່​ອາ​ເມ​ລິ​ກາ ​ແມ່ນ​ຂອງຂວັນ​ມີ​ຄຸນຄ່າ​ດ້ານວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​​​ ເຊິ່ງບັນດາ​ນັກ​ສິລະ​ປິນ ​ແລະ ປະຊາຊົນ ຫວຽດນາມ ຢາກ​ສະຫງວນ​ໃຫ້​ປະຊາຊົນ​ອາ​ເມ​ລິ​ກາ ດ້ວຍສາ​ທີ່​ວ່າ ​ຫວຽດນາມ ​ແມ່ນ​ປະ​ເທດທີ່​ສວຍງາ​ມ​. ​ໃນ​ຂະ​ນະ​ນັ້ນ, ທ່ານນາງ​ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ Mara Tekach ​ຕີ​ລາຄາ​ວ່າ, ​ເຫດການ​ນີ້​ໄດ້​ສະ​ແດງໃຫ້​ເຫັນ​ການ​ພົວພັນ 2 ຝ່າຍ​ໄດ້​ພັດທະນາ​ຢ່າງ​ໄວ ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກ່ອນ​ນີ້ 20 ປີ. ທ່ານ​ນາງ Mara Tekach ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ພວມ​ປະກອບສ່ວນອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົບ​ປະແລກປ່ຽນ​ປະຊາຊົນ ​ແລະ ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ລະຫວ່າງ 2 ຝ່າຍ.

        “ຊຸມ​ວັນວັດທະ​ນາ​ທຳ​ຫວຽດນາມ​ຢູ່​ອາ​ເມ​ລິ​ກາ” ຖືກ​ດຳ​​ເນີນ​ໄປ​ແຕ່​ວັນ​ທີ 08 – 12/08 ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ​ແລະ ນະຄອນ​ນິວຢອກ.

ຂ່າວ/ບົດ​ອື່ນ