ໄຂ“ຊຸມວັນຫວຽດນາມ”ຢູ່Genoa,ອີຕາລີ

ໄຂ“ຊຸມວັນຫວຽດນາມ”ຢູ່Genoa,ອີຕາລີ - ảnh 1
ພາບປະກອບ
(vovworld) – “ຊຸມວັນ​ຫວຽດນາມ” ຢູ່ Genoa ​ໄດ້​ຮັບ​ການ​ເປີດ​ສາກ​ດ້ວຍ​ງານ​ວາງສະ​ແດງ​ຮູ​ບຖ່າຍ “ຫາຍ​ຟ່ອງ - Genoa, 2 ນະຄອນ ປະຫວັດສາດ​ດຽວ”. Genoa ​ແມ່ນ​ນະຄອນ​ແຮ​ກສ່ຽວ​ກັບ​ນະຄອນ ຫາຍ​ຟ່ອງ. ນ້ຳ​ໃຈ​ສາ​ມັກ​ຄີ​ລະຫວ່າງປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ 2 ​ນະຄອນ​​ໄດ້​ເລີ່​ມມາ​ຈາກ​ຊຸມ​​ເດືອນ​ປີ​ສົງຄາມ​ກ່ອນ​ນີ້. ຂະ​ບວນການ​ກຳມະກອນ​ທ່າ​ກຳ​ປັ່ນ Genoa ສະໜັບສະໜູນ​ປະຊາຊົນ ຫວຽດນາມ ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ໄດ້​ຮັບ​ການ​ປຸກລະດົມ​ຢ່າງ​ແຮງ ​ແລະ ກ້ວາງ​ຂວາງ​ໃນ​ຫຼາຍ​ປີ, ກ່ອນ​ນີ້ 40 ປີ, ວັນ​ທີ 17/11/1973, ກຳ​ປັ່ນ Australe  ​ທີ່​ຂົນ​ສົ່ງ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ, ຢຸກຢາ ​ແລະ ອຸປະກອນ​ການ​ຮຳ່ຮຽນ 500 ​ໂຕນ​ເຊິ່ງປະຊາຊົນ​​ ອີ​ຕາ​ລີ ມອບ​ໃຫ້​ປະຊາຊົນ ຫວຽດນາມ, ​​ໄດ້ທຽບ​ທ່າ​ກຳ​ປັ່ນ​ຫາຍ​ຟ່ອງ, ​ກາຍ​ເປັນ​ສັນຍາ​ລັກ​​ແຫ່ງ​ນ້ຳ​ໃຈ​ມິດຕະພາບ​ລະ​ຫວ່າງ​ປະຊາຊົນ 2 ປະ​ເທດ. ນອກຈາກ​ງານ​ວາງສະ​ແດງ​ຮູບ​ຖ່າຍ, ຢູ່ Genoa ຍັງ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ຫວຽດນາມ ກັບ Genoa, ລາຍການ​ສາຍຟິມຮູບ​ເງົາກ່ຽວ​ກັບ ຫວຽດນາມ, ການ​ພົບ​ປະ​ແລກປ່ຽນ​ລະ​ຫວ່າງ​ບັນດາປັກ​ຍາ​ຊົນ Genoa ​ທີ່ເຄີຍ​ເຂົ້າ​ຮ່ວມ​ຂະ​ບວນການ​ສະໜັບສະໜູນ ຫວຽດນາມ ກ່ອນ​ນີ້ 40 ປີ​ກັບ​ປະຊາຊົນ​ນະຄອນ ​ແລະ ການ​​ໂອ້​ລົມ​ສົນທະນາ​ທີ່​ມີ​ຊື່ວ່າ “ຫວຽດນາມ, ມື້ວານ​ນີ້ ​ແລະ ມື້​ນີ້”. “ຊຸມວັນ​ຫວຽດນາມ ຢູ່ Genoa” ຈະ​ແກ່ຍາ​ວຮອດ​ວັນ​ທີ 1/12 ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ