ໄຂປີທ່ອງທ່ຽວລາວ 2018

(VOVWORLD) - ຕອນບ່າຍວັນທີ 28 ຕຸລາ, ທີ່ເດີນ ທາດຫຼວງ, ນະຄອນຫຼວງ ວຽງຈັນ, ປະເທດລາວ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ໄດ້ລັ່ນຄ້ອງ 9 ບາດ ໄຂປີທ່ອງທ່ຽວ 2018.
ໄຂປີທ່ອງທ່ຽວລາວ 2018 - ảnh 1 ການສະແດງສິລະປະໃນພິທີ

 ເຂົ້າຮ່ວມພິທີ, ມີຜູ້ຕາງໜ້າຄະນະທູຕານຸທູດບັນດາປະເທດປະເທດ, ອົງການຈັດຕັ້ງສາກົນຕ່າງໆ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນບ໋າຮູ່ງ ແລະ ທ່ານນາງຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈິ້ງທິຖູຍ ພ້ອມກັບປະຊາຊົນນະຄອນຫຼວງ ວຽງຈັນເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ບໍແສງຄຳ ວົງດາລາ ເນັ້ນໜັກວ່າ: ພິທີໄຂປີທ່ອງທ່ຽວ 2018 ໄດ້ຈັດຂຶ້ນໃນບັນຍາກາດຟົດຟື້ນມ່ວນຊື່ນ ໃນຂະນະທີ່ປະຊາຊົນລາວ ບັນດາເຜົ່າພວມເຂົ້າຮ່ວມບັນດາການເຄື່ອນໄຫວຕະຫຼາດນັດສາກົນ ແລະ ງານບຸນ ທາດຫຼວງ, ເຊິ່ງແມ່ນງານບຸນຂະໜາດໃຫຍ່ໃນປີ. 

        ຫົວຂໍ້ຂອງປີທ່ອງທ່ຽວລາວ 2018 ແມ່ນ “ທ່ອງທ່ຽວລາວ, ຊອກຮູ້ປະຫວັດສາດ, ຄົ້ນຫາທຳມະຊາດ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ”. ບັນດາການເຄື່ອນໄຫວຕົ້ນຕໍຈະໄດ້ຮັບການດຳເນີນໃນປີ ທ່ອງທ່ຽວ ລາວ 2018 ຄື: ພັດທະນາການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ; ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງການທ່ອງທ່ຽວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ, ປະເທດຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ