ໄຂ“ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ”

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ.
ໄຂ“ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ” - ảnh 1(ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ)

ມີການເຄື່ອນໄຫວກິລາຫຼາຍຢ່າງໄດ້ຮັບການຈັດຕັ້ງຄື: ຍິງທະນຸ, ດຶງເຊືອກ, ຍູ້ໄມ້ຄ້ອນ, ໄດ້ດຶງດູດນັກກິລາ 160 ຄົນທີ່ມາຈາກ 7 ແຂວງຊາຍແດນຫວຽດນາມ - ລາວ ເຂົ້າຮ່ວມ. ຄຽງຂ້າງນັ້ນ, ຍັງໄດ້ຈັດງານວາງສະແດງ, ແນະນຳພາບຖ່າຍສິລະປະກ່ຽວກັບມະນຸດ ແລະ ຄວາມສາມາດບົ່ມຊ້ອນຂອງ 10 ແຂວງເຂດຊາຍແດນຫວຽດນາມ - ລາວ ໃນວິວັດການເຊື່ອມໂຍງ ແລະ ພັດທະນາ; ວາງສະແດງແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ. ວັນບຸນໄດ້ດຶງດູດປະຊາຊົນຢູ່ທ້ອງຖິ່ນ ແລະ ແນກມາຢ້ຽມຊົມເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ