ໄຂວັນບຸນວັດທະນະທຳ,ກິລາແລະການທ່ອງທ່ຽວບັນດາ
ຊົນເຜົ່າເຂດຕາເວັນຕົກສ່ຽງເໜືອເປີດກວ້າງຄັ້ງທີ13
(vovworld) - ພິທີໄຂວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອເປີດກວ້າງຄັ້ງທີ 13ດຳເນີນໃນຕອນຄຳ່ວັນທີ 1/10, ຢູ່ນະຄອນ ລາວກາຍ, ດ້ວຍການເຂົ້າຮ່ວມຂອງ 8 ແຂວງໃນເຂດຕາເວັນຕົກສ່ຽງເໜືອ, ລວມມີ: ລາວກາຍ, ຮ່ວາບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ອຽນບ໋າຍ, ຟູ໋ທໍ້, ຮ່າຢາງ. ດ້ວຫົວຂໍ້ວ່າ “ບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອສາມັກຄີ ແລະ ພັດທະນາ - ມຸ່ງໄປເຖິງປີທ່ອງທ່ຽວແຫ່ງຊາດ 2017“. ງານບຸນເພື່ອແນໃສ່ໂຄສະນາ, ແນະນຳເຖິງເພືອ່ນມິດທັງຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງໃນການພັດທະນາວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ບັນດາຄຸນຄ່າມໍລະດົກວັດທະນະທຳບັນດາຊົນເຜົ່າສ່ວນໜ້ອຍເຂດຕາເວັນຕົກສ່ຽງເໜືອ.
ກ່າວຄວາມເຫັນທີ່ພິທີໄຂ, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ຮຽກຮ້ອງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນ ເຂດຕາເວັນຕົກສ່ຽງເໜືອຄວນສາມັກຄີຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ, ຮັກສາຄວາມໝັ້ນຄົງດ້ານການເມືອງ. ຄຽງຂ້າງນັ້ນ, ສຸມໃສ່ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ປະກອບສ່ວນຢ່າງມີປະສິດທິຜົນຊ່ວຍໃຫ້ ເຂດຕາເວັນຕົກສ່ຽງເໜືອຫຼຸດພົ້ນອອກຈາກຄວາມທຸກຍາກ.
“ຂ້າພະເຈົ້າເຊື່ອໝັ້ນວ່າ, ເລື່ອງຈັດຕັ້ງວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາຊົນເຜົ່າເຂດຕາເວັນຕົກສ່ຽງເໜືອມື້ນີ້ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນບັນດາເຜົ່າເພີ່ມທະວີຄວາມສະໜິດຕິດພັນ, ປັບປຸງຄວາມສາມັກຄີລະຫວ່າງບັນດາເຜົ່າ, ປຸກລຸກຄວາມຍົກຍໍຕົນເອງ, ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອວັດທະນະທຳຂອງຊາດ, ເຈດຈຳນົງ ແລະ ຄວາມຕັດສິນໃຈກໍ່ສ້າງປະເທດຊາດໃຫ້ມີຄວາມຮັ່ງມີ, ສວຍງາມ, ສີວິໄລ, ໂຄສະນາຮູບພາບ ແລະ ພື້ນຖານວັດທະນະທຳຂອງຊາດ ຫວຽດນາມ ເຖິງເພື່ອນມິດສາກົນ“.