ເຂດທົ່ງພຽງແມ່ນ້ຳຂອງ
(ພາບ: vietwindtravel)
|
(vovworld) - ດ້ວຍຫົວຂໍ້ວ່າ “ເຂດຕາເວັນຕົກຂຽວ”, ສັບປະດາການທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງ ປີ 2015 ໄຂຂຶ້ນໃນຕອນຄ່ຳວັນທີ 29/6, ຢູ່ເມືອງ ກ໋າຍຣັງ, ນະຄອນ ເກີນເທີ. ສັບປະດາການທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງ ດຳເນີນໄປຮອດວັນທີ 3/7/2015 ດ້ວຍການເຂົ້າຮ່ວມຂອງ 50 ແຂວງ, ນະຄອນພາຍໃນປະເທດ, ບາງນະຄອນໃຫຍ່ຂຶ້ນກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງຄື: ລາວ, ກຳປູເຈຍ, ໄທ, ມຽນມາ, ອົງການທູຕານຸທູດ, ອົງການຈັດຕັ້ງ, ວິສາຫະກິດ, ສະຫະສະມາຄົມທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ບັນດາເຫດການນີ້ເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງການທ່ອງທ່ຽວຂອງເຂດທົ່ງພຽງແມ່ນ້ຳຂອງ, ແນະນຳບັນດາຜະລິດຕະພັນວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກສະເພາະ, ພົ້ນເດັ່ນຂອງບັນດາທ້ອງຖິ່ນໃນເຂດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ເນັ້ນໜັກວ່າ: ບັນດາມາດຕະການເພື່ອໃຫ້ການທ່ອງທ່ຽວ ຫວຽດນາມ ກາຍເປັນຂະແໜງປາຍແຫຼມ, ພັດທະນາແບບຍືນຍົງ:
“ຂ້າພະເຈົ້າສະເໜີບັນດາທ້ອງຖິ່ນຄວນເພີ່ມທະວີການເຊື່ອມຕໍ່ໃນເຂດ, ບົນພື້ນຖານນັ້ນກາຍເປັນລະບົບບັນດາສະຖານທີ່ທ່ອງທ່ຽວທັງມີລັກສະນະພິເສດສະເພາະ, ທັງມີລັກສະນະໜູນຊ່ວຍ, ຮັບປະກັນຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງ ແລະ ຫຼາຍຮູບແບບຂອງແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ໄດ້ສ້າງຜະລິດຕະພັນທີ່ມີລັກສະນະເປັນເອກະລັກສະເພາະຂຶ້ນກັບທ່າແຮງຂອງແຕ່ລະເຂດ…”