ໄຂສັບປະດາວັດທະນະທຳ,ກິລາຫວຽດນາມ
ສັບປະດາວັດທະນະທຳ,ກິລາຫວຽດນາມ
(ພາບ: TTXVN)
(vovworld) - ຕອນຄ່ຳວັນທີ 25/03, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີໄຂສັບປະດາວັດທະນະທຳ, ກິລາ “70 ປີແຫ່ງພື້ນຖານກິລາຫວຽດນາມ ຮ່ວມເດີນທາງພັດທະນາພ້ອມກັບປະເທດຊາດ” ແລະ ລາຍການ “ເຊີດຊູກິລາ ຫວຽດນາມ”. ເຫດການນີ້ໂດຍກົມໃຫຍ່ກິລາກາຍຍະກຳ, ສູນວາງສະແດງວັດທະນະທຳສິລະປະຫວຽດນາມ, ໜັງສືພິມກິລາຫວຽດນາມ ສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງຈັດຕັ້ງ. ທ່ານ ຮ່ວາງຢື້, ບັນນາທິການໃຫຍ່ໜັງສືພິມກິລາຫວຽດນາມ, ຮອງປະທານຄະນະກຳມະການຈັດຕັ້ງສັບປະດາວັດທະນະທຳ, ກິລາ ໃຫ້ຮູ້ວ່າ.
“ສັບປະດາວັດທະນະທຳ, ກິລາ ມີຄວາມໝາຍສຳຄັນຍິ່ງ, ຈະຊ່ວຍໃຫ້ຄົນງານໃນຂະແໜງ ແລະ ປະຊາຊົນມີຄວາມເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາຂອງກິລາຫວຽດນາມ, ພິເສດແມ່ນເຮັດແຈ້ງແນວຄິດ “ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ” ຂອງປະທານໂຮ່ຈິມິນ ແລະ ບັນດາການປະກອບສ່ວນຂອງຂະແໜງກິລາກາຍຍະກຳ ເຂົ້າໃນວິວັດທະການພັດທະນາຂອງປະເທດຊາດ. ຜ່ານການເຄື່ອນໄຫວນີ້, ຈະປຸກລູກຄວາມເອກອ້າງຖະນົງໃຈ ແລະ ໜ້າທີ່ຮັບຜິດຊອບຂອງທົ່ວຂະແໜງ ສຳລັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ພິເສດແມ່ນຄວາມເອົາໃຈໃສ່ເຖິງການເບິ່ງແຍງສົ່ງເສີມສຸຂະພາບ, ດ້ານຮ່າງກາຍໃຫ້ໄວໜຸ່ມ”.