(vovworld) – ຕອນບ່າຍວັນທີ 28/07, ຢູ່ສູນວັດທະນະທຳແຫ່ງຊາດລາວ, ທີ່ນະຄອນຫຼວງວຽງຈັນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ; ສະຖານທູດຫວຽດນາມ ປະຈຳລາວ ໄດ້ໄຂສັບປະດາວັດທະນະທຳຫວຽດນາມ ຢູ່ລາວ 2015. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເວືອງຢຸຍບຽນ ໃຫ້ຮູ້ວ່າ, ສັບປະດາວັດທະນະທຳຫວຽດນາມ ປີນີ້ ບໍ່ພຽງແຕ່ເພື່ອຍົກສູງຄວາມເຂົ້າໃຈ, ນ້ຳໃຈສາມັກຄີລະຫວ່າງປະຊາຊົນ 2 ປະເທດ; ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳສິລະປະລະຫວ່າງ 2 ປະເທດ ໃຫ້ນັບມື້ນັບພັດທະນາເທົ່ານັ້ນ, ຫາກຍັງເພື່ອຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ຂອງ 2 ຊາດອີກດ້ວຍ.
ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ບົວເງິນ ຊາພູວົງ ຢືນຢັນວ່າ: ສັບປະດາວັດທະນະທຳຫວຽດນາມ ຢູ່ລາວ ປີ 2015 ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນລາວ ເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ມີມາແຕ່ດົນນານລະຫວ່າງ 2 ຊາດ ຫວຽດນາມ - ລາວ.