ໄຂສັບປະດາສາຍຮູບເງົາຂ່ຳນັບຮັບຕ້ອນ APEC

(VOVWORLD) - ສັບປະດາສາຍຮູບເງົາ APEC ດ້ວຍຄຳຂວັນ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງສ້າງອະນາຄົດລວມ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ. 
ໄຂສັບປະດາສາຍຮູບເງົາຂ່ຳນັບຮັບຕ້ອນ APEC - ảnh 1 ພິທີໄຂສັບປະດາສາຍຮູບເງົາ APEC

ເຫດການນີ້ໂດຍຄະນະກຳມະການແຫ່ງຊາດ APEC 2017, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວສົມທົບກັນຈັດຕັ້ງເພື່ອແນໃສ່ຂ່ຳນັບຮັບຕ້ອນເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ 2017 ຈະດຳເນີນຢູ່ ຫວຽດນາມ ໃນເດືອນພະຈິກຈະມາເຖິງ. ສັບປະດາສາຍຮູບເງົາ APEC ມຸ່ງໄປເຖິງມາດຕະຖານ ເຊື່ອມຕໍ່ບັນດາພື້ນຖານວັດທະນະທຳຂອງບັນດາພື້ນຖານເສດຖະກິດສະມາຊິກ, ປະກອບສ່ວນສ້າງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ສະໜິດຕິດພັນ ແລະ ວັດທະນາຖາວອນ. ໃນສັບປະດາສາຍຮູບເງົາ APEC, ຜູ້ຊົມໄດ້ຮັບຊົມຮູບເງົາ 11 ເລື່ອງຂອງບັນດາປະເທດສະມາຊິກ APEC.

        ຫຼັງຈາກນັ້ນ, ຕອນຄ່ຳວັນທີ 12 ຕຸລາ, ສັບປະດາສາຍຮູບເງົາ APEC ໄດ້ໄຂຂຶ້ນຢູ່ ດ່ານັ້ງ. ເຫດການແກ່ຍາວແຕ່ວັນທີ 11 – 16 ຕຸລາ ຢູ່ຮ່າໂນ້ຍ ແລະ ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ