ໄຂສະໄໝປະຊຸມທີ 5 ສະພາທິດສະດີສູນກາງ
(ພາບ: cpv)
(vovworld) - ຕອນເຊົ້າວັນທີ 5/9, ຢູ່ ຮ່າໂນ້ຍ, ສະພາທິດສະດີສູນກາງ ໄດ້ໄຂສະໄໝປະຊຸມທີ 5. ສະໄໝປະຊຸມທີ 5 ສະພາທິດສະດີສູນກາງໄດ້ສຸມໃສ່ປຶກສາຫາລືຮ່າງບົດລາຍງານເປັນທີ່ປຶກສາກ່ຽວກັບ ”ການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງຫວຽດນາມໂດຍພື້ນຖານ ແລະ ຮອບດ້ານ”; ຮ່າງບົດລາຍງານເປັນທີ່ປຶກສາກ່ຽວກັບ ”ການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີຮັບໃຊ້ພາລະກິດຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງກັບສາກົນ”; ຮ່າງບົດລາຍງານເປັນທີ່ປຶກສາກ່ຽວກັບ ”ບາງບັນຫາກ່ຽວກັບທິດສະດີ - ພຶດຕິກຳຕົວຈິງທາບທາມໃຫ້ແກ່ການຄົ້ນຄ້ວາ, ເລືອກເຟັ້ນລັດຖະນະໂຍບາຍໃໝ່ກ່ຽວກັບການສືບຕໍ່ປ່ຽນໃໝ່, ຍົກສູງປະສິດທິຜົນຂອງລັດວິສາຫະກິດຢູ່ຫວຽດນາມໃນປະຈຸບັນ”.
ກ່າວຄວາມເຫັນທີ່ສະໄໝປະຊຸມ, ທ່ານ Dinh The Huynh, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະພາທິດສະດີສູນກາງໄດ້ ເນັ້ນໜັກເຖິງຄວາມສຳຄັນພິເສດຂອງບັນດາຮ່າງບົດລາຍງານດັ່ງກ່າວ. ເລື່ອງປະກອບຄວາມເຫັນ, ປັບປຸງບັນດາຮ່າງບົດລາຍງານ ເພື່ອແນໃສ່ປະກອບສ່ວນກະກຽມບັນດາແຜນຮ່າງຍື່ນຕໍ່ກອງປະຊຸມຄະນະບໍລິຫານງານສູນກາງທີ 6, ຊຸດທີ 11. ສຳຫຼັບຮ່າງບົດລາຍງານປ່ຽນໃໝ່, ຍົກສູງປະສິດທິຜົນຂອງລັດວິສາຫະກິດ, ທ່ານ Dinh The Huynhໃຫ້ຮູ້ວ່າ:
”ເຮັດແຈ້ງມາດຕະຖານຕີລາຄາລັດວິສາຫະກິດໃນດ້ານເສດຖະກິດ, ການເມືອງ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຈາກນັ້ນມີການຕີລາຄາຢ່າງຖືກຕ້ອງ ແລະ ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ກ່ຽວກັບບົດບາດ, ທີ່ຕັ້ງພາກສ່ວນເສດຖະກິດຂອງລັດ, ເຊິ່ງໃນນັ້ນລັດວິສາຫະກິດແມ່ນແກ່ນສານໃນພື້ນຖານເສດຖະກິດແຫ່ງຊາດ”.