ໄຂເວທີປາໄສ5ປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທຳອິດ

ໄຂເວທີປາໄສ5ປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທຳອິດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ

(vovworld)- ​ “5 ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່ນ​້ຳ​ຂອງ ( ກຳ​ປູ​ເຈຍ, ລາວ, ມຽນ​ມາ, ຫວຽດ​ນາມ ແລະ​ໄທ)  ປີ 2016 - ມຸ່ງ​ໄປ​ເຖິງວັດ​ທະ​ນາ​ຖາ​ວອນ” ແມ່ນ​ຫົວ​ຂໍ້ຂອງ​ເວ​ທີ​ປາ​ໄສ 5 ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່ນ​້ຳ​ຂອງລວມ​ມີ ກຳ​ປູ​ເຈຍ, ລາວ, ມຽນ​ມາ, ຫວຽດ​ນາມ ແລະ​ໄທ ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ນະ​ຄອນ​ຫລວງ ບາງກອກ ປະ​ເທດ​ໄທ ແຕ່​ວັນ​ທີ 16-18/6. ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ນັກ​ປະ​ຖະ​ກະ​ຖາ ຕ​າງ​ຫນ້າ​ໃຫ້​ອົງ​ການ​ລັດ​ຖະ​ບານ, ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ຫນ້າ ແລະ ນັກ​ທຸ​ລະ​ກິດ​ຫນຸ່ມ ຈະ​ແບ່ງ​ປັນ​ບັນ​ດາ​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ເສດ​ຖ​ະ​ກິດ ແລະ ການພັດ​ທະ​ນາ ເພ​ື່ອ​ເພ​ີ່ມ​ທະ​ວີ​ກຳ​ລ​ັງ​ແກ້ງ​ແຍ້ງ​ຂອງ​ພາກ​ພື້ນ. ຈຸດ​ໝາຍ​ຍາວ​ນານ​ຂອງ​ເວ​ທີ​ປາ​ໄສ ແມ່ນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື, ລົບ​ລ້າງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ ແລະ ພາກ​ເອ​ກະ​ຊົນ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ການ​ລົງ​ທຶນ​ຂອງ​ແຕ​່​ລະ​ປະ​ເທດ. ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ເມື່ອ​ວັນ​ທີ 16/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ ໄດ້​ເນັ້ນ​ຫນັກ​ວ່າ ດ້ວຍ​ພື້ນ​ຖານ​ແມ່ນ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ພັດ​ທະ​ນາ, ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ຕັດ​ສິນ​ໃຈ​ມຸ່ງ​ໄປ​ເຖິງ​ການ​ເປີດກວ້າງ​ການ​ເຊື່ອມ​ໂຍງ ແລະ ເຊື່ອມ​ຕໍ່​ເສດ​ຖະ​ກິດ ເພື່ອ​ຮັບ​ປະ​ກັນ​ວັດ​ທະ​ນາ​ຖາ​ວອນ​ແບບ​ຍືນ​ຍົງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ