(vovworld) - “ວຽກເຮັດງານທຳ ແລະ ຮັບປະກັນຊີວິດສັງຄົມ, ຂໍ້ກຸນແຈເພື່ອພັດທະນາແບບຍື່ນຍົງ ແລະ ຮອບດ້ານ” ແມ່ນຫົວຂໍ້ເວທີປາໄສບັນດາຄູ່ຮ່ວມມືສັງຄົມຂອງປະເທດຕ່າງໆໃນເວທີປາໄສອາຊີ - ເອີລົບ (ASEM) ເຊິ່ງໄຂຂຶ້ນໃນຕອນເຊົ້າວັນທີ 24/10, ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການຢູ່ນອກກອງປະຊຸມລັດຖະມົນຕີ ASEM ກ່ຽວກັບແຮງງານ - ວຽກເຮັດງານທຳຄັ້ງທີ 4 ເຊິ່ງຈະດຳເນີນໄປໃນວັນທີ 25/10, ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບຄະນະກຳມະການເອີລົບ ຈັດຕັ້ງ. ທີ່ເວທີປາໄສ, ຜູ້ຕາງໜ້າບັນດາຄູ່ຮ່ວມມືສັງຄົມຂອງ ASEM ກວ່າ 100 ທ່ານ, ບັນດາຜູ້ຊ່ຽວຊານທີ່ມາຈາກບັນດາອົງການກ່ຽວຂ້ອງໄດ້ປຶກສາຫາລືຫົວຂ້ໍຕ່າງໆທິ່ກ່ຽວຂ້ອງເຖິງຫົວຂໍ້ຂອງກອງປະຊຸມລັດຖະມົນຕີກ່ຽວກັບແຮງງານ - ວຽກເຮັດງານທຳຄັ້ງທີ 4 ເຊິ່ງລວມມີ: ນະໂຍບາຍຊຸກຍູ້ວຽກເຮັດງານທຳ; ສິ່ງທ້າທາຍຕົ້ນຕໍ່ໃນອະນາຄົດສຳລັບໂຄງການດຳເນີນງານວຽກເຮັດງານທຳແບບຍື່ນຍົງ. ກ່າວຄຳເຫັນໄຂເວທີປາໄສ, ທ່ານ Nguyen Thanh Hoa, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເນັ້ນໜັກວ່າ.
“ວິກິດການການເງິນ, ການຊຸດໂຊມເສດຖະກິດທົ່ວໂລກໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີສິ່ງທ້າທາຍສຳລັບຄົນງານ, ວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມ ແລະ ພັດທະນາແບບຍື່ນຍົງຢູ່ຫຼາຍປະເທດໃນໂລກ. ຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມປະຕິຮູບຂອງແຕ່ລະພື້ນຖານເສດຖະກິດແມ່ນມີຄວ່ມຈຳເປັນທີ່ສຸດ, ແຕ່ບໍ່ທັນພຽງພໍ, ຫາກຕ້ອງມີການສົມທົບກັນທາງດ້ານນະໂຍບາຍ, ເພີ່ມທະວີການຮ່ວມມື, ນັບທັງໃນພາກພື້ນ ແລະ ຢູ່ໃນໂລກ. ຄຽງຂ້າງຄວາມມານະພະຍາຍາມຂອງລັດຖະບານ, ບົດບາດຂອງບັນດາຄູ່ຮ່ວມມືສັງຄົມແມ່ນສຳຄັນຍິ່ງ ໃນການປະກອບຂໍ້ລິເລີ່ມ ແລະ ເຂົ້າຮ່ວມການປະຕິບັດບັນດາຂໍ້ລິເລີ່ມເປີດກວ້າງການຮ່ວມມື ASEM ເພື່ອແນໃສ່ແກ້ໄຂການກະທົບຈາກວິກິດການ ແລະ ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາແບບຍື່ນຍົງ”.