ໄຂເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ 2018

(VOVWORLD) - ຕອນເຊົ້າວັນທີ 21 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ໄດ້ໄຂ “ເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ (TPO)” ຄັ້ງທີ 8
ໄຂເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ 2018 - ảnh 1 ໄຂເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ 2018 (ພາບ: TTXVN)

ດ້ວຍຫົວຂໍ້ວ່າ: “ການທ່ອງທ່ຽວສະຫລາດ” ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 230 ຄົນທີ່ມາຈາກ 27 ນະຄອນຂອງ 6 ປະເທດທີ່ຢູ່ພາກພື້ນ ອາຊີ - ປາຊີຟິກ. ໃນຂອບເຂດຂອງເວທີປາໄສຈະດຳເນີນບັນດາການເຄື່ອນໄຫວຄື: ລາຍການພົບປະການຄ້າທ່ອງທ່ຽວ TPO (TPO Travel Trade) ເປີດກ້ວາງ ສົມທົບກັບງານວາງສະແດງທ່ອງທ່ຽວສະຫລາດ. ທ່ານນາງ ຫງວຽນທິແອ໋ງຮວາ ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ຕະຫລາດບັນດາປະເທດຂຶ້ນກັບກຸ່ມ ອາຊີ - ປາຊີຟິກ ກໍ່ແມ່ນໜຶ່ງໃນບັນດາຕະຫລາດຈຸດສຸມຂອງການທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນຫລາຍປີຜ່ານມາ. ດັ່ງນັ້ນ ເລື່ອງຈັດຕັ້ງເວທີປາໄສຄັ້ງນີ້ ບໍ່ພຽງແຕ່ເປັນການໂຄສະນາກ່ຽວກັບນະຄອນ ໂຮ່ຈີມິນຂອງພວກເຮົາເທົ່ານັ້ນ ຫາກຍັງແມ່ນໂອກາດ ເພື່ອໃຫ້ພວກເຮົາສົ່ງເສີມແຂກທ່ອງທ່ຽວຕ່າງປະເທດທີ່ມາຈາກບັນດາຕະຫລາດນີ້ອີກດ້ວຍ.

        ເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 8 ໄດ້ດຳເນີນໃນລະຫວ່າງວັນທີ 21 – 22 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ