ໄທ ຮັດແໜ້ນການປ້ອງກັນ ຄວາມສະຫງົບຢູ່ພາກໃຕ້
ສະພາບການໃຊ້ຄວາມຮຸນແຮງ ເກີດຂຶ້ນ ຢູ່ແຂວງພາກໃຕ້ ຊອງບລາ
(ພາບ: Reuters)
(vovworld) – ວັນທີ 2/8, ເຈົ້າໜ້າທີ່ຂັ້ນສູງ ໄທ ຜູ້ໜຶ່ງໃຫ້ຮູ້ວ່າ: ລັດຖະບານປະເທດນີ້ ໄດ້ເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບ ແລະ ພວມພິຈາລະຈາບັນດາຍຸດໂທບາຍດ້ານການທະຫານໃໝ່ ຢູ່ທົ່ວເຂດໃຕ້ສຸດຂອງ ໄທ ພາຍຫຼັງທີ່ການໃຊ້ຄວາມຮຸນແຮງພວມປີນຂັ້ນໄດ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ຜູ້ຖືກຮັບບາດເຈັບ 11 ຄົນ. ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຢູ່ແຂວງພາກໃຕ້ ຊອງບລາ ຖືກຈັດວາງໃນສະພາວະເຕືອນໄພສູງ ຍ້ອນມີແຫຼ່ງຂ່າວສືບລາຊະການລັບເວົ້າວ່າ: ເມືອງ ຫາດໃຫຍ່ ຢູ່ແຂວງນີ້ ອາດຈະແມ່ນເປົ້າໝາຍຖືກບຸກໂຈມຕີ. ຕາມແຫຼ່ງຂ່າວແລ້ວ, ຫົວໜ້າ 3 ຄົນຂອງກຸ້ມຝ່າຍຄ້ານທີ່ ຣັນດາ ຄຳປູຣັນ ຄີຊິນ, ຖືກກ່າວຫາວ່າມີສ່ວນກ່ຽວຂ້ອງເຖິງເຫດວາງລະເບີດລົດໂອໂຕຢູ່ໂຮງແຮມແຫ່ງໜຶ່ງທີ່ ຫາດໃຫຍ່ ໃນຕົ້ນປີນີ້, ພວມກະກຽມປະຕິບັດການບຸກໂຈມຕີຢູ່ 3 ແຂວງໃຕ້ສຸດຂອງໄທ ຄື: ຢາລາ, ປັດຕະນີ ແລະ ນາຣາທິວັດ.