ໄທ ເພີ່ມທະວີການ ປ້ອງກັນຄວາມສະຫງົບ ໃນວັນສານລັດຖະທຳ ມະນູນອອກຄຳຕັດສິນ
Xuan Son, ນັກຂ່າວ VOV ປະຈຳໄທ -  
ສານລັດຖະທຳມະນູນໄທ ເມື່ອຕອນຄຳ່ວັນທີ 13/7
(ພາບ: Xuan Son)
(vovworld) - ວັນທີ 13/7, ສານລັດຖະທຳມະນູນໄທ ໄດ້ອອກຄຳຕັດສິນສຳຄັນ, ນັ້ນແມ່ນຂໍ້ກຳນົດເລື່ອງປັບປຸງມາດຕາ 291 ຂອງລັດຖະທຳມະນູນໄທ ເຊິ່ງສະພາແຫ່ງຊາດປະເທດນີ້ພວມດຳເນີນ ນອນໃນໂທດລົບລ້າງລັດຖະທຳມະນູນໄທ ທັງໝົດ ໃນປະຈຸບັນ ຫຼື ເຮັດໃຫ້ລະບອບລະຊາທິປະໄຕປ່ຽນແປງ ຄືດັ່ງໃບກ່າວຟ້ອງຂອງພັກປະຊາທິປັດຝ່າຍຄ້ານ ຫຼືບໍ່. ສານກໍຈະຕັດສິນ: ບັນດາຫຼັກຖານເຊິ່ງຝ່າຍໂຈດ ຍົກອອກມາມີຫຼັກຖານດ້ານກົດໝາຍຢ່າງຄົບຖ້ວນ ເພື່ອສາມາດຍູບເລີກພັກເພື່ອໄທຫຼືບໍ່? ຍ້ອນລັກສະນະສັບສົນພິເສດທີ່ມີລັກສະນະນິຕິກຳ, ວາລະປະຊຸມສານນີ້ໄດ້ຮັບຖືວ່າຈະມີຄຳຕັດສິນທີ່ເປັນຂີດໝາຍດ້ານປະຫວັດສາດໃນພື້ນຖານການເມືອງຂອງໄທ.
Xuan Son, ນັກຂ່າວ VOV ປະຈຳໄທ