(vovworld) - ວັນທີ 21/11, ທ່ານນາຍົກລັດຖະມົນຕີຈີນ ເວີນເຈຍປາວ, ທີ່ພວມຢູ່ຢ້ຽມຢາມໄທ ໄດ້ມີການເຈລະຈາກັບທ່ານນາງນາຍົກລັດຖະມົນຕີໄທ ຍິງຮັກ ຊີນນະວັດ. ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີສອງປະເທດ ໄດ້ເປັນສັກຂີພິຍານຜູ້ຕາງໜ້າລັດຖະບານສອງຝ່າຍລົງນາມບົດບັນທຶກຊ່ວຍຈຳ 4 ສະບັບ ກ່ຽວກັບການຮ່ວມມືສອງຝ່າຍເຊິ່ງລວມມີ: ຂໍ້ຕົກລົງກ່ຽວກັບການພົວພັນທາງການທູດ, ຂໍ້ຕົກລົງກ່ຽວກັບການແລກປ່ຽນ, ມອບສົ່ງນັກໂທດຖືກຕັດສິນລົງໂທດ, ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານການສຶກສາ; ຂໍ້ຕົກລົງກ່ຽວກັບເລື່ອງລັດຖະບານຈີນ ຊື້ເຂົ້າສານຂອງໄທ. ໃນການປະຊຸມຂ່າວຮ່ວມຫຼັງຈາກນັ້ນ, ນາຍົກລັດຖະມົນຕີສອງທ່ານເຫັນດີຊຸກຍູ້ການຮ່ວມມືຈີນ - ໄທ ນັບທັງທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ປະກອບສ່ວນຮັກສາສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ. ທ່ານນາງນາຍົກລັດຖະມົນຕີໄທ ຍິງຮັກ ໄດ້ສະເໜີໃຫ້ຝ່າຍຈີນ ເພີ່ມທະວີການລົງທຶນເຂົ້າໄທ, ໂດຍສະເພາະແມ່ນບັນດາໂຄງການເຊື່ອມຕໍ່ພາກພື້ນ, ໂຄງການທາງລົດໄຟດ່ວນ ແລະ ລະບົບປ້ອງກັນນ້ຳຖ້ວມ. ທ່ານນາຍົກລັດຖະມົນຕີຈີນ ເວີນເຈຍປາວ ໄດ້ຢືນຢັນວ່າ ຈີນ ສະໜັບສະໜູນໄທ ໃນທຸກດ້ານເພື່ອຮັບປະກັນຄວາມໝັ້ນຄົງໃນພາກພື້ນ ເພາະສອງປະເທດແມ່ນຄູ່ຮ່ວມມື ແລະ ຄູ່ຄ້າລາຍໃຫຍ່ຂອງກັນ.