(vovworld) - ວັນທີ 10/11, ໃນການເດີນທາງຢ້ຽມຢາມ ໄທ ຢ່າງເປັນທາງການໃນເວລາ 3 ວັນ, ທ່ານປະທານາທິບໍດີສ.ເກົາຫຼີ Lee Myung bak ແລະ ທ່ານນາງນາຍົກລັດຖະມົນຕີ ໄທ ຍິງຣັກ ສິນນະວັດ ໄດ້ລົງນານໃນບົດບັນທຶກຊ່ວຍຈຳຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ - ສັງຄົມ; ພ້ອມທັງໃຫ້ຄຳໝັ້ນສັນຍາເພີ່ມມູນຄ່າການແລກປ່ຽນການຄ້າສອງຝ່າຍຂຶ້ນກັບ 2 ເທົ່າ ແມ່ນ 30 ຕື້ USD ໃນໄລຍະ 5 ປີຈະມາເຖິງ. ໃນການພົບປະສອງຝ່າຍ, ການນຳສອງຝ່າຍກໍໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນຂົງເຂດ ASEAN +3, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ແລະ ເວທີປາໄສອາຊຽນ (ARF). ໄທ ແລະ ກ.ເກົາຫຼີ ເປັນເອກະພາບນຳກັນຍູ້ແຮງວິວັດການຮັບຮອງເອົາແຜນພັດທະນາເສດຖະກິດການຄ້າປີ 2013 – 2017, ຜັນຂະຫຍາຍບັນດາແຜນການຫຼຸດຜ່ອນຮົ້ວກີດຂວາງດ້ານການຄ້າໂດຍໄວ້, ຟື້ນຟູຄະນະກຳມະການການຄ້າຮ່ວມ ເພື່ອຄຸ້ມຄອງບັນດາການເຈລະຈາການຄ້າສອງຝ່າຍ. ສອງປະເທດກໍຕົກລົງພ້ອມກັນຈັດຕັ້ງການຝຶກຊ້ອມປ້ອງກັນ ແລະ ຕ້ານໄພພິບັດໃນຂອບເຂດ ARF ໃນປີ 2013.