(vovworld) - ວັນທີ 30/05, ທ່ານນາຍົກລັດຖະມົນຕີອິນເດຍ Manmohan Singh ໄດ້ໄປຮອດນະຄອນຫຼວງບາງກອກ, ເລີ່ມຕົ້ນການຢ້ຽມຢາມປະເທດໄທ ຢ່າງເປັນທາງການ, ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ ແລະ ທ່ອງທ່ຽວ. ໃນການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີອິນເດຍ Manmohan Singh ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍິງຮັກ ສິນນະວັດ, 2 ຝ່າຍໄດ້ເຫັນດີເພີ່ມທະວີການພົວພັນ 2 ຝ່າຍ ແລະ ພົວພັນຫຼາຍຝ່າຍລະຫວ່າງ 2 ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້. ນາຍົກລັດຖະມົນຕີ 2 ທ່ານໄດ້ວາງຂອບເຂດໃຫ້ແກ່ຂໍ້ຕົກລົງການຄ້າເສລີຮອບດ້ານລະຫວ່າງໄທ - ອິນເດຍ ແລະ ຄາດວ່າຈະລົງນາມໃນທ້າຍປີ 2013 ນີ້. ບັນຫາເຂດເສດຖະກິດພິເສດ Dawei ຢູ່ ມ້ຽນມາ ໂດຍໄທ ເປັນຜູ້ລິເລີ່ມກໍຖືກຍົກອອກມາເພື່ອປຶກສາຫາລື ເພື່ອແນໃສ່ສຳຫຼວດຄວາມສາມາດຮ່ວມມືຂອງອິນເດຍ. ໄທ ປາດຖະໜາຢາກຊຸກຍູ້ໂຄງການນີ້ ເພື່ອແນໃສ່ເຊື່ອມຕໍ່ອິນເດຍ ກັບບັນດາປະເທດອາຊຽນ, ພ້ອມທັງປະກອບສ່ວນຊ່ວຍໃຫ້ອິນເດຍ ປະຕິບັດສຳເລັດນະໂຍບາຍມຸ້ງໄປສູ່ທິດຕາເວັນອອກ.