ໄທ,ADBສົມທົບກັນຊຸກຍູ້ການພັດທະນາອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ

ໄທ,ADBສົມທົບກັນຊຸກຍູ້ການພັດທະນາອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ - ảnh 1
ພາບ​ປະ​ກອບ:internet

(vovworld)-  ວັນ​ທີ 15/10, ໄທ ແລະ ທະ​ນາ​ຄາ​ນ​ພັດ​ທະ​ນາ ອາ​ຊີ (ADB) ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຫນູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຢູ່​ບັນ​ດາ​ປະ​ເທດ ລຽບ​ຕາມ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ. ພິ​ທີ​ລົງ​ນາມ​ໄດ້​ດຳ​ເນີນ​ໄປ​ຢູ່​ສຳ​ນັກ​ງານ ກະ​ຊວງ​ການ​ເງິນ​ໄທ ຢູ່ ນະ​ຄອນ​ຫລວງ ບາງກອກ ລະ​ຫວ່າງ ທ່ານ James A. Nugent ​ຜູ​້​ອຳ​ນວຍ​ການ​ຮັບ​ຜິດ​ຊອບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ ADB J ແລະ ທ່ານ ນິ​ວີນ ສີນ​ຊີ​ຣີ, ຜູ້​ອຳ​ນວຍ​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໄທ ໂດຍ​ມີ​ການ​ຊ່ອງ​ຫນ້າ​ຂອງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ໄທ ອະ​ພິ​ຊັກ ທັນ​ຕິ​ໂວ​ຣະ​ວົງ. ຕາມ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແລ້ວ, ADB ແລະ NEDA ຈະ​ພ້ອມ​ກັນ​ຫນູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ ກ່ຽວ​ກັ​ບ​ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ, ພັດ​ທະ​ນາ​ຕົວ​ເມືອງ, ບັນ​ດາ​ເຂດ​ເສດ​ຖະ​ກິດ​ພິ​ເສດ, ສຸ​ຂະ​ພາບ ແລະ ການ​ສຶກ​ສາ. ບັນ​ດາ​ຮູບ​ການ​ຮ່ວມ​ມື ລວມ​ມີ: ພ້ອມ​ກັນ​ອຸ​ປະ​ຖຳ, ແບ່ງ​ປັນ​ບົດ​ຮຽນ ແລະ ບຳ​ລຸງ​ກຳ​ລັງ​ຄວາມ​ສາ​ມາດ ໂດຍ​ອີງ​ໃສ່​ບັນ​ດາ​ຂົງ​ເຂດ​ເອົາ​ໃຈ​ໃສ່​ລວມ ແລະ ຜູ້​ຊ່ຽວ​ຊານ​ຂອງ​ແຕ່​ລະ​ອົງ​ການ​ກໍ​ຄື​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຂອງ​ບັນ​ດາ​ປະ​ເທດໃນ​ເປົ້າ​ໝາຍ.


ຂ່າວ/ບົດ​ອື່ນ