ໄທຂົນຂວາຍໃຫ້ການ ອອກສະໝັກຮັບເລືອກຕັ້ງ ເປັນກຳມະການ ສະພາຄວາມໝັ້ນຄົງ ສປຊ
Tong Son ນັກຂ່າວ VOV ປະຈຳໄທ -  
ປະເທດໄທ
(ພາບປະກອບ)
(vovworld)-ວັນທີ 16/8, ທ່ານສຸຣາພົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດໄທ ໄດ້ເປັນປະທານພິທີໄຂບັ້ນໂຄສະນາຂົນຂວາຍການສະໜັບ ສະໜູນຂອງສາກົນກ່ຽວກັບເລື່ອງໄທ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2017-2018. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີສຸຣາພົງ ເນັ້ນໜັກວ່າ: ດ້ວຍຖານະເປັນປະເທດພວມພັດທະນາປານກາງ ແລະ ແມ່ນສະມາຊິກຂອງປະຊາຄົມອາຊຽນ ໃນປີ 2015, ໄທ ມີຄວາມເໝະສົມເປັນກຳມະການບໍ່ເປັນປະຈຳຂອງ ສະພາຄວາມໝັ້ນຄົງ ສປຊ. ຖ້າຫາກວ່າໄດ້ຮັບການເລືອກຕັ້ງ, ໄທ ຈະມີການປະກອບສ່ວນຢ່າງຕັ້ງໜ້າ, ສ້າງສັນສຳລັບວຽກງານຂອງສະພາຄວາມໝັ້ນຄົງ ສປຊ, ພິເສດ, ໃນພາລະກຳແກ້ໄຂບັນດາບັນຫາສັນຕິພາບ ແລະ ການປ້ອງກັນຄວາມສະຫງົບສາກົນ. ພ້ອມກັນນັ້ນ ລັດຖະບານໄທ ປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກປະເທດຕ່າງໆໃນໂລກ ແລະ ບັນດາຊັ້ນຄົນໃນສັງຄົມໄທ.
Tong Son ນັກຂ່າວ VOV ປະຈຳໄທ