ໄທຂຶ້ນແຜນສ້າງຕັ້ງ ລັດຖະບານແລະ ຈັດການເລືອກຕັ້ງທົ່ວ ປະເທດ


ໄທຂຶ້ນແຜນສ້າງຕັ້ງ ລັດຖະບານແລະ ຈັດການເລືອກຕັ້ງທົ່ວ ປະເທດ - ảnh 1

(ພາບ: http://thegioi.baotintuc.vn)

(vovworld)- ຕອນ​ຄ່ຳວັນ​ທີ 30/5, ນາຍ​ພົນ​ປ​ໄຣຢຸດ ປະທານ​ສະພາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແຫ່ງ​ຊາດ​ໄທ (NCPO) ​ໃຫ້​ຮູ້​ວ່າ: ລັດຖະບານ​ຊົ່ວຄາວ​ໄທ​ ຈະ​ຖືກ​ສ້າງຕັ້ງຂຶ້ນ​ກ່ອນ​ປີ​ກາ​ນ​ເງິນ 2015 (​ເລີ່​ມ​ແຕ່​ເດືອນ 10/2014) ​ແລະ ການ​ເລືອ​ກຕັ້ງທົ່ວ​ປະ​ເທດ​ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ພາຍຫຼັງ​ເວລາ​ອີກ 15 ​ເດືອນ ​ໃນບົດ​ກ່າວ​ປາ​ໄສ​ຄັ້ງທຳ​ອິດ​ທາງ​ໂທລະພາບ​ແຫ່ງ​ຊາດ ນັບ​ແຕ່​ເກີດ​ເຫດ​ລັດຖະປະ​ຫານ​ເມື່ອ​ວັນ​ທີ 22/5, ນາຍ​ພົນ​ປ​ໄຣຢຸດ ຢືນຢັນ​ວ່າ ອຳນາດ​ການ​ປົກຄອງ​ການ​ທະຫານ​ບໍ່​ຢາກ​ກຳ​ສິດ​ອຳນາດ​ແຕ່​ບັງຄັບ​ຕ້ອງ​ມີ​ການ​ກະທຳ​ຍ້ອນ​ໄທ ຖືກ​ຕົກ​​ເຂົ້າສູ່​ສະພາບ​​ດ້ານ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ນານ​ທີ່​ສຸດ​. ພ້ອມ​ກັນນັ້ນ, ນາຍ​ພົນ​ປ​ໄຣຢຸດ ຮຽກຮ້ອງ​ໃຫ້​ທຸກໆ​ພັກ​ຝ່າຍ​ຢູ່​ໄທ ຈົ່ງມີ​ການ​ຮ່ວມ​ມື​ກັນ, ຢຸດຕິ​ການ​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ ​ແລະ ​ເຈລະຈາ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ເພື່ອ​ແນ​ໃສ່​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ.

   ກ່ຽວ​ກັບ​ບັນຫາ​ນີ້, ​ໂຄສົກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Jen Psaki ຖື​ວ່າ ມາດ​ຕະການ​ດີ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ​ອຳນາດ​ການ​ປົກຄອງ​ການ​ທະຫານ​ໄທ ຕ້ອງ “ສ້າງ​ການ​ກຳນົດ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ໂດຍ​ໄວ ​ແລະ ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິວັດ​ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​​ໄປ​ຢ່າງຮອບດ້ານ ​ແລະ ຈະ​ແຈ້ງ“./.

ຂ່າວ/ບົດ​ອື່ນ