ໄທຍູ້ແຮງວຽກງານກູ້ໄພກູ້ຊີບທິມບານເຕະໄທຕໍ່ໜ້າໄພຝົນຕົກໜັກເຮັດໃຫ້ນ້ຳຂຶ້ນສູງ

(VOVWORLD) -ຕອນເຊົ້າວັນທີ 06 ກໍລະກົດ, ເຈົ້າໜ້າທີ່ໄທ ໄດ້ຍູ້ໄວວຽກງານກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍຢູ່ໃນຖ້ຳ ຍ້ອນອາດຈະມີຝົນຕົກໜັກໃນຊຸມມື້ຈະມາເຖິງ, ເຮັດໃຫ້ນ້ຳສືບຕໍ່ເພີ່ມຂຶ້ນສູງ.

ໄທຍູ້ແຮງວຽກງານກູ້ໄພກູ້ຊີບທິມບານເຕະໄທຕໍ່ໜ້າໄພຝົນຕົກໜັກເຮັດໃຫ້ນ້ຳຂຶ້ນສູງ - ảnh 1ຍູ້ແຮງວຽກງານກູ້ໄພກູ້ຊີບທິມບານເຕະໄທຕໍ່ໜ້າໄພຝົນຕົກໜັກເຮັດໃຫ້ນ້ຳຂຶ້ນສູງ

(ພາບປະກອບ: AFP/TTXVN)

ກ່ອນໜ້ານັ້ນ, ບັນດານັກຊ່ຽວຊານຂອງມະຫາວິທະຍາໄລ ຈຸລາລົງກອນ ໄດ້ກ່າວເຕືອນວ່າ, ຖ້າຫາກເກີດຝົນຕົກໜັກ, ຈອມພູທີ່ມີຖ້ຳຫຼວງ ຈະດູດເອົານ້ຳເຂົ້າໃນ ແລະ ແນ່ນອນວ່າ ນ້ຳຈະສືບຕໍ່ຂຶ້ນສູງຢູ່ເຂດທີ່ທິມບານເຕະພວມຖືກຕິດຄ້າງ ກໍຄືເສັ້ນທາງພາໄປເຖິງບ່ອນທີ່ເຂົາເຈົ້າຢູ່. ປະຈຸບັນ, ກຳລັງກູ້ໄພກູ້ຊີບໄທ ພວມຮີບເຮັ່ງດູດນ້ຳ ຢູ່ສະຖານທີ່ທິມບານເຕະເຍົາວະຊົນ 12 ຄົນ ແລະ ຄູຝຶກພວມຖືກຕິດຄ້າງອອກ.

      ມີຂ່າວເສົ້າສະຫຼົດໃຈວ່າ, ວັນທີ 06 ກໍລະກົດ ມີອະດີດທະຫານທຳໜ້າທີ່ພິເສດຂອງກອງທັບເຮືອໄທ ໄດ້ເສຍຊີວິດ ເມື່ອເຂົ້າຮ່ວມການກູ້ໄພກູ້ຊີບດັ່ງກ່າວ. ນີ້ແມ່ນກໍລະນີທຳອິດຖືກເສຍຊີວິດໃນການຊອກຫາກູ້ໄພກູ້ຊີບ ໂດຍເລີ່ມແຕ່ວັນທີ 23 ມິຖຸນາ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ