ໄທນຳໃຊ້ກົດໝາຍປ້ອງ ກັນຄວາມສະຫງົບ ພາຍໃນ
Tống Sơn -  
ທ່ານນາງນາຍົກລັດຖະມົນຕີໄທ
(ພາບ: vov.vn)
(vovworld)- ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບພາຍໃນປີ 2008 ຈະຖືກນຳໃຊ້ສຳລັບທັງໝົດ 50 ເມືອງໃນນະຄອນຫຼວງບາງກອກ ແລະ ບາງເມືອງ, ແຂວງເຂດຊານນະຄອນຫຼວງບາງກອກ. ເວລານຳໃຊ້ກົດໝາຍນີ້ແມ່ນຮອດວັນທີ 31/12/2013. ທ່ານນາງຍິງຍັກ ຊີນນະວັດ ນາຍົກລັດຖະມົນຕີໄທ ໃຫ້ຮູ້ວ່າ: ສະພາບດ້ານການເມືອງ, ຄວາມສະຫງົບປອດໄພຂອງໄທ ມີຄວາມນັກໜ່ວງຂຶ້ນຕື່ມຂະນະທີ່ຕອນຄ່ຳວັນທີ 25/11, ບັນດາຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໂດຍພັກຝ່າຍຄ້ານຈັດຕັ້ງຂຶ້ນໄດ້ດຳເນີນການຍຶດຄອງ ຫລືບຸກເຂົ້າສຳນັກງານສຳຄັນແຫ່ງຕ່າງໆຄື: ກະຊວງການເງິນ, ອົງການງົບປະມານແຫ່ງຊາດ, ກົມພົວພັນມະຫາຊົນ, ກະຊວງການຕ່າງປະເທດໄທ…ຊື່ງໄດ້ກໍ່ຜົນເສຍຫາຍດ້ານຊັບສິນ ແລະ ກີດຂວາງການເຮັດວຽກຂອງລັດຖະກອນ. ຕາມທ່ານນາງນາຍົກລັດຖະມົນຕີໄທ ຍິງຍັກ ຊີນນະວັດ ແລ້ວ, ການນຳໃຊ້ ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບພາຍໃນແມ່ນເພື່ອແນໃສ່ປົກປ້ອງອຳນາດການປົກຄອງ ແລະ ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ ກໍ່ຄືປົກປ້ອງຊີວິດອິນຊີ ແລະ ຊັບສິນ, ຜົນປະໂຫຍດ ແລະ ຄວາມເສລີຂອງ ປຊຊ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາງນາຍົກລັດຖະມົນຕີໄທ ຍິງຍັກ ຊີນນະວັດ ຢືນຢັນຈະບໍ່ນຳໃຊ້ກຳລັງອາວຸດຕໍ່ ປຊຊ. ບັນດາກຳລັງປ້ອງກັນຄວາມສະຫງົບຈະປະຕິບັດໜ້າທີ່ຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ແລະ ມາດຖານສາກົນ.
Tống Sơn