ໄທ:ຜູ້ນຳຈັດການແຫ່ຂະບວນປະທ້ວງຖະແຫຼງປະຕິບັດບັ້ນເຄື່ອນໄຫວກະທຳເຮັດໃຫ້ນະຄອນຫຼວງບາງກອກຢຸດການເຄື່ອນໄຫວ

ໄທ:ຜູ້ນຳຈັດການແຫ່ຂະບວນປະທ້ວງຖະແຫຼງປະຕິບັດບັ້ນເຄື່ອນໄຫວກະທຳເຮັດໃຫ້ນະຄອນຫຼວງບາງກອກຢຸດການເຄື່ອນໄຫວ - ảnh 1
ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານຢູ່ ບາງກອກ
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 30/1, ຜູ້ນຳ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ ​ໄທ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ຖະ​ແຫຼ​ງຈະ​ເຮັດ​ໃຫ້​ນະຄອນຫຼວງ ບາງ​ກອກ ຖືກ​ປິດ​ປະຕູ​ທັງ​ໝົດ​ໃນ​ວັນ​ຈັດ​ຕັ້ງ​ການ​ເລືອກຕັ້ງ. ຕາມ​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ​ປະຈຳ ​ໄທ ​ແລ້ວ, ຕຳຫຼວດນັບ​ໝື່ນ​ຄົນ​ໄດ້​ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 2/2 ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ທ່ານ​ສຸ​ເທບ ​ເທືອ​ກສຸບັນ ຢືນຢັນ​ວ່າ: ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈະ​​ເຕົ້າ​ໂຮມ​ເດີ​ນຂະ​ບວນ​ຕາມຖະໜົນ​ສາຍ​ຕ່າງໆ​ຮອດ​ວັນ​ຈັດການ​ເລືອກຕັ້ງ ​ແລະ ພິ​ເສດ​ແມ່ນ​ໃນ​ວັນ​ທີ 2/2, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈະ​ປິດ​ລ້ອມ​ບັນດາ​ສະຖານ​ທີ່​ປ່ອນ​ບັດ, ສະ​ກັດກັ້ນ​ປະຊາຊົນ​​ໄປ​ປ່ອນ​ບັດ​ເລືອກ​ຕັ້ງຢູ່​ຕາມ​ຖະໜົນ​ສາຍ​ຕ່າງໆ.

    ລັດຖະບານ ​ໄທ ​ໄດ້​ຕັດສິນ​ໃຈດຳ​ເນີນ​ການ​ເລືອກ​ຕັ້ງ​ຕາມ​ແຜນການ ​ແລະ ມີ​ການ​ກະທຳ​​ແຂງ​ກະດ້າງ ​ເມື່ອ​ຮັບ​ມື​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ. ກຳລັງ​ຕຳຫຼວດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ກຳລັງ 250.000 ຄົນ ​ແລະ ປະມານ 1.500 ກົມ​ກອງ​ປະຕິ​ກິລິຍາ​ໄວ​ເພື່ອປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ວຽກ​ງານຈັດການ​ເລືອກ​ຕັ້ງ.

 

ຂ່າວ/ບົດ​ອື່ນ