ໄທມີພະບາດສົມເດັດພະເຈົ້າມະຫາຊີວິດອົງໃໝ່ຢ່າງເປັນທາງການ
(ອົງມົງກຸດລາຊະກຸ່ມມານ ມະຫາ ວະຈິ້ຣາລອງກອນ
ກາຍເປັນພະບາດສົມເດັດພະເຈົ້າມະຫາຊີວິດອົງທີ 10)
(vovworld) - ຕອນຄ່ຳວັນທີ 01/12, ບັນດາຊ່ອງໂທລະພາບຂອງໄທ ໄດ້ຖ່າຍທອດສົດຄຳຖະແຫຼງຂຶ້ນຄອງລາດຂອງອົງມົງກຸດລາຊະກຸ່ມມານ ມະຫາ ວະຈິ້ຣາລອງກອນ ກາຍເປັນພະບາດສົມເດັດພະເຈົ້າມະຫາຊີວິດອົງທີ 10 ຂອງລາຊະອານາຈັກໄທ. ຫຼັງຈາກນັ້ນ, ປະທານສະພານິຕິບັນຍັດ - ສະພາແຫ່ງຊາດໄທ (NLA) ພອນເພດ ວິຈິດຈົນໄຈ ກໍໄດ້ມີແຈ້ງການເຖິງປະຊາຊົນທຸກຊັ້ນວັນນະກ່ຽວກັບເລື່ອງຂຶ້ນຄອງລາດຂອງພະບາດສົມເດັດພະເຈົ້າມະຫາຊີວິດອົງທີ 10.
ຄຳຖະແຫຼງນີ້ໄດ້ຍົກອອກມາພາຍຫຼັງການພົບປະລະຫວ່າງ ອົງມົງກຸດລາຊະກຸ່ມມານ ມະຫາ ວະຈິ້ຣາລອງກອນ ກັບຄະນະຜູ້ແທນໂດຍຜູ້ສຳເລັດລາດຊະການແທນພະອົງ ທ່ານ ບເຣັບ ຕິສຸນານົນ, ນຳໜ້າດ້ວຍຜູ້ຕາງໜ້າຂອງ 3 ຝ່າຍແຫ່ງສິດອຳນາດໄທ ນັ້ນແມ່ນ: ນາຍົກລັດຖະມົນຕີ, ປະທານ NLA ແລະ ທ່ານປະທານສານສູງສຸດ.
ຕອນຄ່ຳວັນດຽວກັນ, ກົມປະຊາສຳພັນ (PRD) ຂອງລັດຖະບານແຫ່ງລາຊະອານາຈັກໄທ ກໍຍົກອອກແຈ້ງການໃຫ້ຮູ້ວ່າ ນາມກະສັດຂອງພະບາດສົມເດັດພະເຈົ້າມະຫາຊີວິດອົງທີ 10 ແມ່ນພະບາດສົມເດັດພະເຈົ້າມະຫາຊີວິດ ມະຫາ ວະຈິ້ຣາລອງກອນ ບາດີບທໍຣານເທບຣາວະຣານກຸນ