ໄທມີແຜນນະໂຍບາຍຈຳກັດຄຳສັ່ງໄອຍະການເສິກ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 17/03, ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຈາ ໄດ້ຮຽກຮ້ອງຈຳກັດການນຳໃຊ້ຄຳສັ່ງໄອຍະການເສິກ ແຕ່ພັດບໍ່ເຕື້ອງເຖິງແຜນການຍົກເລີກຄຳສັ່ງດັ່ງກ່າວ. ຕາມທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຈາ ແລ້ວ, ອຳນາດການປົກຄອງການທະຫານໄທ ພວມຫຼຸດຜ່ອນການປະກາດຄຳສັ່ງໄອຍະການເສິກ, ນອກຈາກບາງກໍລະນີສືບສວນດ່ວນ. ກອງທັບໄທ ຈັດວາງຄຳສັ່ງໄອຍະການເສິກ ກ່ອນທີ່ດຳເນີນການລັດຖະປະຫານເມື່ອເດືອນ 05/2014 ພຽງ 2 – 3 ວັນ.