ໄທສະໜັບສະໜູນຍີ່ປຸ່ນຮັກສາບົດບາດສາກົນໃຫຍ່ກວ່າ

ໄທສະໜັບສະໜູນຍີ່ປຸ່ນຮັກສາບົດບາດສາກົນໃຫຍ່ກວ່າ - ảnh 1
ໄທສະໜັບສະໜູນຍີ່ປຸ່ນຮັກສາບົດບາດສາກົນໃຫຍ່ກວ່າ
(ພາບ: AFP/TTXVN)

(vovworld) - ທີ່​ການ​ເຈ​ລະ​ຈ​າ​ໃນ​ຕອນ​ບ່າຍ​ວັນ​ທີ 01/05, ຢູ່​ນະ​ຄອນ​ຫຼວງ​ບາງກອກ ກັບ​ຄູ່​ຕຳ​ແໜ່ງ​ຍີ່​ປຸ່ນ Fumio Kishida ທີ່​ພວມ​ຢ້ຽ​ມ​ຢາມໄທ ຢ່າງ​ເປັນ​ທາງ​ການ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ໄທ ດອນ ປ​ຣະ​ມັດ​ວິ​ໄນ ໃຫ້​ຮູ້​ວ່າ, ໄທ​ ສະ​ໜັບ​ສະ​ໜູນ​ຍີ່​ປຸ່ນ ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ກຸນ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫ​ະ​ກຳ​ພັດ​ທະ​ນາ (G 7) ແລະ ກຳ​ມະ​ການບໍ່​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ. ທ່ານ​ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida ຢືນ​ຢັນ​ວ່າ ຍີ່​ປຸ່ນ ຈະ​ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື​ກັບ​ໄທ ແລະ ໜູນ​ຊ່ວຍ​ອາ​ຊຽນ. 2 ຝ່າຍກໍ່​ປຶກ​ສາ​ຫາ​ລື​ບາງ​ບັນ​ຫາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ພາກ​ພື້ນຄື ສະ​ພາບ​ການ​ຢູ່​ແຫຼມ​ເກົາ​ຫຼ​ີ ແລະ ບັນ​ດາ​ການ​ຂັດ​ແຍ້ງຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຄວາມ​ສະ​ຫງົບ​ປອດ​ໄພ​ສາ​ກົນຄື ກໍ່​ການ​ຮ້າຍ, ແຜ່​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ…

        ວັນ​ທີ 02/05, ທ່ານ Fumio Kishida ໄດ້​ພົບ​ປະ​ເຈ​ລະ​ຈ​າ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ພ​ຣຸດ ຈັນ​ໂອ​ຈາ ແລະ ມີ​ບົດ​ກ່າວ​ປາ​ໄສ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສຳ​ສັບ​ອາ​ຊຽນ ຂອງ​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ