ທະຫານໄທກວດກາຢູ່ຊານນະຄອນ ບາງກອກ
(ພາບ: AFP/TTXVN)
|
(vovworld) - ວັນທີ 29/1, ທ່ານຮອງນາຍົກລັດຖະມົນຕີ ໄທ ວິສະນຸ ເຄືອງງາມ ໃຫ້ຮູ້ວ່າ: ກົດໄອຍະການເສິກໄດ້ຮັບການຈັດວາງຢູ່ປະເທດນີ້ໃນປະຈຸບັນແມ່ນຈຳເປັນຍ້ອນບັນດາສາຍເຫດດ້ານຄວາມສະຫງົບ. ທ່ານ ວິສະນຸ ຢັ້ງຢືນວ່າ: ອຳນາດການປົກຄອງ ໄທ ພວມສືບຕໍ່ຄວບຄຸມສະພາບການ ແລະ ກົດໄອຍະການເສິກ ພຽງສົ່ງຜົນສະທ້ອນເຖິງປະຊາຊົນປະເທດນີ້ຢູ່ລະດັບນ້ອຍ. ທ່ານຮອງນາຍົກລັດຖະມົນຕີ ໄທ ກໍ່ເນັ້ນໜັກວ່າ: ເລື່ອງຈັດວາງກົດໄອຍະການເສິກບໍ່ສ່ອງແສງໃຫ້ເຫັນວິກິດການຢູ່ພາຍໃນປະເທດ ແລະ ປະຊາຄົມໂລກຈະເຂົ້າໃຈຄວາມຈຳເປັນຂອງມາດຕະການນີ້. ຂໍ້ສັງເກດດັ່ງກ່າວໂດຍທ່ານ ວິສະນຸ ຍົກອອກມາເພື່ອແນໃສ່ໂຕ້ຕອບຄືນຄຳເຫັນຂອງຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ກ່ຽວກັບບັນດາບັນຫາ ອາຊີ ຕາເວັນອອກ ແລະ ປາຊີຟິກ Daniel Russel ຢູ່ມະຫາວິທະຍາໄລແຫ່ງໜຶ່ງຢູ່ນະຄອນຫຼວງ ບາງກອກ ເມື່ອວັນທີ 26/1 ຜ່ານມາ. ໃນບົດກ່າວປາໄສນີ້, ທ່ານ Russel ໄດ້ຮຽກຮ້ອງ ໄທ ຢຸດຕິການຈັດວາງກົດໄອຍະການເສິກໃນທົ່ວປະເທດກໍ່ຄືລົບລ້າງບັນດາການກະທຳຈຳກັດການແຫ່ຂະບວນປະທ້ວງ.