ໄທຮັບຮອງເອົາບ້ວງເງິນ ຊຸກຍູ້ເສດຖະກິດກ່ວາ 9,8 ຕື້ USD


 ໄທຮັບຮອງເອົາບ້ວງເງິນ ຊຸກຍູ້ເສດຖະກິດກ່ວາ 9,8 ຕື້ USD - ảnh 1

(ພາບ: mofahcm.gov.vn)

 (vovworld)- ​ ລັດຖະບານ​ໄທ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ບ້ວງສະໜອງ​ເງິນ​ງົບປະມານ​ທີ່​ມີ​ມູນ​ຄ່າ​ເກືອບ 9,8 ຕື້ USD ​ເພື່ອ​ແນ​ໃສ່ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ຊຸມ​ເດືອນ​ທ້າຍ​ປີຜ່ານ 2 ມາດ​ຕະການ​ຮີບ​ດ່ວນ​ແມ່ນ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່ ປຊຊ. ລັດຖະບານ​ກໍ​ພິຈາລະນາ​ການ​ຍູ້​ໄວ​ເລື່ອງ​ຮັບຮອງ​ເອົາ 380 ​ໂຄງການ ​ແລະ ​ເພີ່ມ​ທະວີ​ການ​ໃຊ້​ຈາ​ຍລົງທຶນ​ໃນ​ປີ​ການ​ເງິນ 2014-2015. ລັດຖະບານ​ໄທ​ຄາດ​ວ່າ​ຈະ​ສ້າງຕັ້ງຄະນະ​ກຳມະການ​ຕິດຕາມ​ກວດກາບັນດາ​ໂຄງການ​ລົງທຶນ ​ແລະ ການ​ໃຊ້​ຈ່າຍ​ບັນດາ​ບ້ວງ​ເງິນ​ງົບປະມານ​ການ​ເງິນ​ຢູ່​ບັນດາ​ແຂວງ. ທະນາຄານ​ສູນ​ກາງ​ໄທ​ຄາດ​ວ່າບ້ວງ​ເງິນ​ກະຕຸກ​ຊຸກຍູ້​ນີ້​ຂອງ​ລັດຖະບານ​ຈະ​ປະກອບສ່ວນ​ຊ່ວຍ​ເສດຖະກິດ​ເພີ່ມ 4,8% ​ໃນ​ປີ 2015./.

ຂ່າວ/ບົດ​ອື່ນ