ໄທເລີ່ມດຳເນີນວິວັດການ ຮຽບຮຽງລັດຖະທຳ ມະນູນ
Xuân Sơn -  
(ພາບ: vov)
(vovworld) – ໄທໄດ້ເລີ່ມດຳເນີນວິວັດການຮຽງຮຽງລັດຖະທຳມະນູນທາງການ ແລະ ແມ່ນລັດຖະທຳມະນູນສະບັບທີ 20 ຂອງປະເທດນີ້ ແທນໃຫ້ລັດຖະທຳມະນູນສະບັບຊົ່ວຄາວພວມນຳໃຊ້ໃນປະຈຸບັນ ຊື່ງໄດ້ຖືກສ້າງຂຶ້ນພາຍຫຼັງເຫດການລັດຖະປະຫານເມື່ອວັນທີ 22/5 ທີ່ຜ່ານມາ. ກ່າວຄຳເຫັນກ່ຽວກັບການຮຽບຮຽງລັດຖະທຳມະນູນຄັ້ງນີ້, ຫວ່າງແລ້ວນີ້, ທ່ານບໍວັນສັກ ອຸວັນໂນ ປະທານຄະນະກຳມະການ ຮຽງຮຽງລັດຖະທຳມະນູນໄທ ຢືນຢັນວ່າ, ບັນດາສະມາຊິກໃນຄະນະຮຽບຮຽງບໍ່ຖືກກົດດັນຂອງຝ່າຍຕ່າງໆ ໃນການສ້າງເນື້ອໃນຮ່າງລັດຖະທຳມະນູນ ແລະ ຄາດວ່າຮ່າງລັດຖະທຳມະນູນຈະຖືກປັບປຸງ ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດຊົ່ວຄາວ ພິຈາລະນາ ແລະ ຮັບຮອງເອົາໃນວັນທີ 6/8/2015. ທ່ານ ບໍວັນສັກ ອຸວັນໂນ ສະແດງທັດສະນາທີ່ວ່າ: ການສ້າງລັດຖະທຳມະນູນສະບັບໃໝ່ບໍ່ຄວນອີງຕາມລັດຖະທຳມະນູນທາງການຂອງໄທໃນໄລຍະມໍ່ໆມານີ້ ໂດຍສະເພາະແມ່ນລັດຖະທຳມະນູນປີ 2007 ແລະ 1997. ນອກຈາກນັ້ນແລ້ວ, ບໍ່ຄວນເລືອກຕັ້ງທ່ານນາຍົກລັດຖະມົນຕີ ແລະ ຄະນະລັດຖະບານໂດຍກົງ ./.
Xuân Sơn