ໄລຍະ 2020 - 2022 ບັນດາກອງທຶນໄດ້ລົງທຶນຢູ່ຫວຽດນາມຂຶ້ນເຖິງ 2,6 ຕື້ USA

(VOVWORLD) -ຍອດຈຳນວນເງິນລົງທຶນຂອງບັນດາກອງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດໄລຍະ 2020 – 2022 ຢູ່ ຫວຽດນາມໄດ້ຂຶ້ນເຖິງ 2,6 ຕື້ USA ຫຼາຍກວ່າທົບສາມເທົ່າເມື່ອທຽບໃສ່ການຄາດຄະເນໃນເບື້ອງຕົ້ນ
ໄລຍະ 2020 - 2022 ບັນດາກອງທຶນໄດ້ລົງທຶນຢູ່ຫວຽດນາມຂຶ້ນເຖິງ 2,6 ຕື້ USA - ảnh 1ພາບປະກອບ

     ຕາມຂໍ້ມູນສະຖີຕິຂອງກະຊວງແຜນການແລະການລົງທຶນຫວຽດນາມໃຫ້ຮູ້ວ່າ ຍອດຈຳນວນເງິນລົງທຶນຂອງບັນດາກອງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດໄລຍະ 2020 – 2022 ຢູ່ ຫວຽດນາມໄດ້ຂຶ້ນເຖິງ 2,6 ຕື້ USA ຫຼາຍກວ່າທົບສາມເທົ່າເມື່ອທຽບໃສ່ການຄາດຄະເນໃນເບື້ອງຕົ້ນ. ພ້ອມກັນນັ້ນ 39 ກອງທຶນພວມເຄື່ອນໄຫວຢູ່ ຫວຽດນາມກໍ່ໝັ້ນໝາຍຈະລົງທຶນຕື່ມອີກ 1,5 ຕື້ USAໃ ຫ້ແກ່ຕະຫຼາດເລີ່ມຕົ້ນທຸລະກິດຫວຽດນາມແຕ່ນີ້ຮອດທ້າຍປີ 2025.

    ບັນດານັກຊ່ຽວຊານຖືວ່ານີ້ແມ່ນໂອກາດເພື່ອໃຫ້ບັນດາຜູ້ເລີ່ມຕົ້ນທຸລະກິດຢູ່ ຫວຽດນາມບືນຕົວຂຶ້ນຮັບເອົາການຫັນປ່ຽນຢ່າງແຂງແຮງຈາກແຫຼ່ງທຶນທົ່ວໂລກ. ທ່ານເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການແລະການລົງທຶນຫວຽດນາມໃຫ້ຂໍ້ສັງເກດວ່າ:

    “ຫວຽດນາມນອນໃນສາມຫຼ່ຽມພ້ອມກັບອິນໂດເນເຊຍແລະສິງກະໂປ ແມ່ນສູນກາງດຶງດູດການລົງທຶນເລີ່ມຕົ້ນທຸລະກິດປະດິດຄິດສ້າງ. ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ບັນດາຍນັກລົງທຶນທັງຢູ່ພາຍໃນແລະ ຕ່າງປະເທດຈະສືບສະເໜີບັນດາກະຊວງຂະແໜງ ສ້າງລະບອບລະບຽບການ ລະບຽບການລົງທຶນໃຫ້ສົມບູນແບບເພື່ອເຮັດແນວໃດຫັນປ່ຽນແຫຼ່ງທຶນຫັນບັນດາໂຄງການປ້ວງເງິນລົງທຶນຢູ່ ຫວຽດນາມເປັນລະອຽດໂດຍໄວ”. 

ຕອບກັບ

ຂ່າວ/ບົດ​ອື່ນ